• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron

ຕອນບ່າຍວັນທີ 20 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron.
ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການໂອ້ລົມທາງໂທລະສັບໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງການນຳສອງປະເທດຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ແລະ ຄວາມປາດຖະໜາຂອງການນຳສອງປະເທດກ່ຽວກັບການເພີ່ມທະວີການຮ່ວມມືໃນໄລຍະໃໝ່, ພິເສດແມ່ນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ ແລະ ວັນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ.

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍໄດ້ແລກປ່ຽນກັບທ່ານປະທານາທິບໍດີ ຝລັ່ງ ກ່ຽວກັບບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ພາຍຫຼັງ 35 ປີກວ່າແຫ່ງການປ່ຽນແປງໃໝ່; ແຈ້ງໃຫ້ທ່ານຮັບຊາບຄາດໝາຍພັດທະນາຂອງ ຫວຽດນາມ ຮອດກາງສະຕະວັດ XXI ແລະ ທິດທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຂອງ ຫວຽດນາມເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ. ທ່ານເລຂາທິການໃຫຍ່ ໄດ້ແລກປ່ຽນກັບທ່ານປະທານາທິບໍດີ ຝລັ່ງ ບາງທິດທາງ, ມາດຕະການໃຫຍ່ ເພື່ອແນໃສ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ.

ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຕີລາຄາວ່າ ການໂອ້ລົມທາງໂທລະສັບນີ້ ແມ່ນໂອກາດສຳຄັນ ເພື່ອໃຫ້ການນຳສອງປະເທດປຶກສາຫາລືກ່ຽວກັບບັນດາການກຳນົດທິດຍຸດທະສາດພັດທະນາສາຍພົວພັນສອງຝ່າຍໃນ 20 ປີຈະມາເຖິງ. ທ່ານປະທານາທິບໍດີ ຝລັ່ງ ຖືວ່າ ສອງປະເທດ ຕ້ອງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົບປະແລກປ່ຽນປະຊາຊົນ; ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືຢູ່ຂົງເຂດຕ່າງໆ. ທ່ານປະທານາທິບໍດີ ຝລັ່ງ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພາບເອີຣົບ (ອີຢູ); ປາດຖະໜາສອງປະເທດເພີ່ມທະວີການຮ່ວມມືໃນບັນດາຂອບເຂດຫຼາຍຝ່າຍ, ໂດຍສະເພາະແມ່ນໃນປະຊາຄົມຝລັ່ງໂກໂຟນີ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top