• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ ປະ​ທານ​ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 1 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນຢູ່ທຳນຽບປະທານປະເທດ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ  

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນປະຕິວັດ ເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ (2/9/1945 – 2/9/2022), ຕອນເຊົ້າວັນທີ 1 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນຢູ່ທຳນຽບປະທານປະເທດ.

ເມື່ອໂອ້ລົມກັບພະນັກງານ, ລັດຖະກອນຢູ່ເຂດປູຊະນີຍະສະຖານ, ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ໄດ້ສະເໜີໃຫ້ບັນດາພະນັກງານ, ລັດຖະກອນ ຄວນສືບຕໍ່ສຸມໃສ່ຄົ້ນຄ້ວາແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ເພື່ອໂຄສະນາ, ແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງທັງຢູ່ພາຍໃນປະເທດ ແລະ ແຂກສາກົນທີ່ມາຢ້ຽມຊົມເພື່ອມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງເພິ່ນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ຄຸນສົມບັດໂຮ່ຈີມິນ, ແມ່ນຄຸນສົມບັດສິນທຳປະຕິວັດ, ແມ່ນຄຸນທາດອັນສູງສົ່ງຂອງນັກປະຕິວັດ, ແມ່ນແບບແຜນການດຳລົງຊີວິດທີ່ລຽບງ່າຍ, ໃກ້ຊິດຕິດແທດກັບປະຊາຊົນ, ເຄົາລົບປະຊາຊົນ, ມີຄວາມເຊື່ອໝັ້ນຕໍ່ປະຊາຊົນ, ຮ່ຳຮຽນຈາກປະຊາຊົນ, ເຮັດຫຍັງກໍ່ເພື່ອຜົນປະໂຫຍດຂອງ ປະຊາຊົນ.

ແລະກໍ່ໃນຕ່ອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ເຂົ້າຮ່ວມພິທີໄວ້ອາໄລມີທ່ານປະທານປະເທດ ຫງວຽນຊວັນຟຸກ, ພ້ອມກັບບັນດາອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ…

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top