• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ສ້າງ​ໂລກ​ທີ່​ດີ​ກ່​ວາຫຼັງ​ໂຄວິດ - 19

ວັນທີ 14 ກໍລະກົດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ທົ່ວໂລກຈົ່ງມີການກະທຳໂດຍດ່ວນໃນ 4 ຂົງເຂດເພື່ອເພີ່ມຄວາມໄວວີວິວັດການຟື້ນຟູຫຼັງໂຄວິດ - 19 ຕາມທິດກ້າວໜ້າກ່ວາ ແລະ ສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງ.

ວັນທີ 14 ກໍລະກົດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ທົ່ວໂລກຈົ່ງມີການກະທຳໂດຍດ່ວນໃນ 4 ຂົງເຂດເພື່ອເພີ່ມຄວາມໄວວີວິວັດການຟື້ນຟູຫຼັງໂຄວິດ - 19 ຕາມທິດກ້າວໜ້າກ່ວາ ແລະ ສືບຕໍ່ຊຸກຍູ້ການພັດທະນາແບບຍືນຍົງ. 

    

ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: THX/TTXVN)

ຂົງເຂດທຳອິດເຊິ່ງທ່ານເລຂາທິການໃຫຍ່ ສປຊ ເຕື້ອງເຖິງແມ່ນການຟື້ນຟູຫຼັງໂຄວິດ - 19 ຢູ່ແຕ່ລະປະເທດ. ກ່າວຄຳເຫັນໄຂກອງປະຊຸມຂັ້ນລັດຖະມົນຕີ ໃນຂອບເຂດເວທີປາໄສດ້ານການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ, ທ່ານ Antonio Guterres ຊີ້ແຈ້ງວ່າ ຕ້ອງຮັບປະກັນສິດສຳຜັດຢ່າງສະເໝີພາບໃນທົ່ວໂລກ ສຳລັບວັກຊິນກັນໂຄວິດ - 19, ບັນດາວິທີການປິ່ນປົວ ແລະ ກວດຫາເຊື້ອໄວຣັດ SARS-CoV-2. ພິເສດ, ທ່ານເນັ້ນໜັກວ່າ ຕ້ອງມານະພະຍາຍາມຢ່າງເຂັ້ມງວດເພື່ອເພີ່ມທະວີຈຳນວນປະເທດສາມາດຜະລິດວັກຊິນກັນໂຄວິດ - 19, ຍົກສູງກຳລັງຄວາມສາມາດໃນການບົ່ງມະຕິພະຍາດ ແລະ ບັນດາເຕັກໂນໂລຢີຕ່າງໆທີ່ມີຄຸນຄ່າໃນອະນາຄົດ. ກ່ຽວກັບການຮັບມືກັບວິກິດການດ້ານສະບຽງອາຫານ, ພະລັງງານ ແລະ ການເງິນ, ທ່ານ Antonio Guterres ຢັ້ງຢືນວ່າ ເພື່ອຊອກຫາວິທີການໃຫ້ແກ່ວິກິດການໃນປັດຈຸບັນ ຕ້ອງມີວິທີການແກ້ໄຂສະພາບການຂາດຄວາມສະເໝີພາບ ດ້ານເສດຖະກິດຢູ່ບັນດາປະເທດພວມພັດທະນາ. ຂົງເຂດທີ່ 4 ເຊິ່ງທ່ານເລຂາທິການໃຫຍ່ ສປຊ ຢາກຊຸກຍູ້ແມ່ນຕ້ອງມີການກະທຳເພື່ອດິນຟ້າອາກາດ. ບັນດາປະເທດພັດທະນາຄວນມານະພະຍາຍາມ ເພື່ອຜັນຂະຫຍາຍຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນ ທີ່ມີມູນຄ່າ 100 ຕື້ USD, ເພື່ອແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາໃນການຕ້ານກັບການປ່ຽນແປງຂອງດິນຟ້າອາກາດໃຫ້ມີຄວາມໝາຍ ແລະ ນຳມາເຊິ່ງການປ່ຽນແປງຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top