ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຄົ້ນຄ້ວາປະກາດໃຊ້ ວິຊາ ຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ
ຜູ້ມີຄວາມເກັ່ງກ້າສາມາດ ແມ່ນແຫຼ່ງກຳລັງຍຸດທະສາດພິເສດ ຂອງປະເທດຊາດ. ການພັດທະນາ, ດຶງດູດ ແລະ ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ ຕ້ອງວາງອອກໃນຍຸດທະສາດສັງລວມແຫ່ງການພັດທະນາປະເທດຊາດ, ໂດຍຖືເອົາຜົນປະໂຫຍດແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດ ບັນດາໜ້າທີ່ຍຸດທະສາດ ເປັນການກຳນົດທິດສູງສຸດ. ພ້ອນກັນນັ້ນ, ຄົ້ນຄ້ວາປະກາດໃຊ້ ວິຊາຜູ້ມີຄວາມເກັ່ງກ້າສາມາດຫວຽດນາມ”. ນີ້ແມ່ນຄຳເຫັນຊີ້ນຳ ຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ໂຕ ເລິມ ທີ່ການເຮັດວຽກ ກັບ ຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບ ຍຸດທະສາດແຫ່ງຊາດວ່າດ້ວຍການດຶງດູດ, ນຳໃຊ້ ແລະ ພັດທະນາຜູ້ມີຄວາມເກັ່ງກ້າສາມາດ ໃນບັນດາຂະແໜງການ, ຂົງເຂດປາຍແຫຼມ, ຮັບໃຊ້ການພັດທະນາ ຢ່າງວ່ອງໄວ, ຍືນຍົງ ໃນຍຸກສະໄໝໃໝ່, ທີ່ດຳເນີນໃນຕອນເຊົ້າວັນທີ 24 ສິງຫາຢູ່ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ການດຶງດູດ ຜູ້ມີຄວາມເກັ່ງກ້າສາມາດ ຕ້ອງຕິດພັນກັບ ການນຳໃຊ້, ການມອບໝາຍໜ້າທີ່ວຽກງານ ຢ່າງຈະແຈ້ງ; ກ້າຫານ ຄົ້ນຄວ້າ ສະເໜີ ລົບລ້າງບັນດາຮົ້ວກີດຂວາງ ໃນການແຕ່ງຕັ້ງ ຕຳແໜ່ງ ຄຸ້ມຄອງ ສຳລັບ ຜູ້ມີຄວາມເກັ່ງກ້າສາມາດ; ການນຳໃຊ້ ຜູ້ມີຄວາມເກັ່ງກ້າສາມາດຕ້ອງຕິດພັນກັບຄຸນສົມບັດ, ຄວາມຊື່ສັດສຸດຈະລິດ, ຄວາມຮັບຜິດຊອບໃນການອະທິບາຍ, ຈິດໃຈ ຮັບໃຊ້ປະເທດຊາດ ແລະ ປະຊາຊົນ; ແຫຼ່ງຜູ້ມີຄວາມເກັ່ງກ້າສາມາດຍືນຍົງທີ່ສຸດ ແມ່ນຕ້ອງໄດ້ຮັບ ການສ້າງຕັ້ງຂຶ້ນ ຈາກຄົນຫວຽດນາມເອງ; ປ່ຽນແປງໃໝ່ ໂດຍພື້ນຖານ ດ້ານຈິນຕະນາການ ແລະ ວິທີການ ຄຸ້ມຄອງ ຜູ້ມີຄວາມເກັ່ງກ້າສາມາດ. ທ່ານ ໃຫ້ຮູ້ວ່າ
ຕ້ອງສ້າງ ກົນໄກ ດຶງດູດ ຜູ້ມີຄວາມເກັ່ງກ້າສາມາດ ລະດັບສາກົນ ທີ່ມີຄວາມສາມາດ ແຂ່ງຂັນ ຢ່າງແທ້ຈິງ. ຄົ້ນຄວ້າ ປະກາດໃຊ້ “ວີຊາຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ”, ໄປຄຽງຄູ່ກັບ ຂັ້ນຕອນ ປະຕູດຽວ, ໂປ່ງໃສ ແລະ ມີໄລຍະເວລາດຳເນີນການ ຢ່າງຈະແຈ້ງ, ແກ້ໄຂ ຢ່າງຮອບດ້ານ ບັນດາຂັ້ນຕອນ, ນະໂຍບາຍ ກ່ຽວກັບ ເງິນເດືອນ, ການພັກອາໄສ, ແຮງງານ, ອາກອນ, ເຮືອນຢູ່, ສາທາລະນະສຸກ, ການສຶກສາ ແລະ ການຮັບຮອງ ລະດັບວຸດທິການສຶກສາ ສຳລັບ ຜູ້ມີຄວາມເກັ່ງກ້າສາມາດ ແລະ ຄອບຄົວຂອງພວກເຂົາ. ນຳໃຊ້ ມາດຕະຖານການປະເມິນ ທີ່ຫຼາກຫຼາຍ, ໂດຍອີງໃສ່ ໂຄງການວິທະຍາສາດ, ຜົນງານປະດິດສ້າງ, ຜະລິດຕະພັນ, ຄວາມສາມາດ ໃນການຄຸ້ມຄອງ, ຜົນງານ ໃນອາຊີບ ແລະ ການອຸທິດ ຕົວຈິງ.






