• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງເໝິນ ກວດ​ກາ​ວຽກ​ງານ​ເລືອກ​ຕັ້ງ​ຢູ່ ແຂວງ ເຮົ້າ​ຢາງ

ຕອນບ່າຍວັນທີ 23 ເມສາ, ຄະນະຕິດຕາມ, ກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໂດຍ ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ ເປັນຫົວໜ້າຄະນະ ໄດ້ລົງເຮັດວຽກກັບແຂວງ ເຮົ້າຢາງ.
ການເຮັດວຽກຂອງຄະນະຕິດຕາມ, ກວດກາວຽກງານເລືອກຕັ້ງ ກັບ ແຂວງ ເຮົ້າຢາງ 

ທີ່ການເຮັດວຽກ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

        “ເນື້ອໃນຈິດໃຈລວມຂອງການເລືອກຕັ້ງຄັ້ງນີ້ ແມ່ນເຮັດແນວໃດຮັບປະກັນລັກສະນະປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດມັດທະຍັດ, ແມ່ນວັນບຸນຂອງປວງຊົນທັງຊາດຢ່າງແທ້ຈິງ. ປະຊາຊົນເຫັນໄດ້ພັນທະ, ຄວາມຮັບຜິດຊອບຂອງຕົນໃນການເລືອກຕັ້ງ, ຕ້ອງເລືອກເອົາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ສົມເປັນຜູ້ແທນຂອງປະຊາຊົນທົ່ວປະເທດ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ”.

        ຜ່ານກອງປະຊຸມເຈລະຈາຮອບທີ 3, ທ້ອງຖິ່ນໄດ້ເປັນເອກະພາບບັນຊີລາຍຊື່ສະເໜີ 8 ຄົນ ເຂົ້າຮ່ວມການອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV; ຕົກລົງບັນຊີລາຍຊື່ສະເໜີ 81 ຄົນ ເຂົ້າຮ່ວມການອອກສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ, 408 ຄົນ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນເມືອງ ແລະ 3.188 ຄົນ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນຕາແສງ, ອາຍຸການ 2021 – 2026.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top