• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ​ໄທ ​ຕີ​ລາ​ຄາ​ສູງ​ການ​ຮ່ວ​ມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງໄທ ສຸພາໄຈໂພສູ.

ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງໄທ ສຸພາໄຈໂພສູ.

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງ ແລະ ທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງ ໄທ ສຸພາໄຈໂພສູ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟານຈີແທງ  ຢັ້ງຢືນວ່າ ຜ່ານໄລຍະ 45 ປີແຫ່ງການພັດທະນາ, ການພົວພັນລະຫວ່າງ ຫວຽດນາມ - ໄທ ບັນລຸໄດ້ບັນດາໝາກຜົນອັນດີງາມ. ໃນປີ 2021 ທີ່ຜ່ານມາ, ສອງຝ່າຍໄດ້ຈັດ ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍແທດຈິງ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຫວຽດນາມ ຖືການຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ໄທ ແມ່ນຈຸດສຸມໃນການປະຕິບັດງານ, ພິເສດແມ່ນຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ, ວັດທະນະທຳ, ການພົບປະພົວພັນລະຫວ່າງ ເຂດອີສານຂອງໄທ ແລະ ບັນດາແຂວງທາງພາກກາງຂອງ ຫວຽດນາມ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ 2 ປະເທດເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກໃຫ້ລັດຖະບານ ໄທ ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວໄທ ເຊື້ອຊາດຫວຽດນາມ ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ກາຍເປັນປະຊາຄົມທີ່ສະໜິດຕິດພັນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງໄທ ກໍ່ຄືການພົວພັນສອງປະເທດ.

ສ່ວນທ່ານ ຮອງປະທານສະພາຕ່ຳ ໄທ ສຸພາໄຈ ໂພສູ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງປະຊາຄົມຊາວໄທ ເຊື້ອຊາດ ຫວຽດນາມ ດ້ວຍການພັດທະນາເສດຖະກິດ - ສັງຄົມ ຂອງໄທ ເວົ້າສະເພາະ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ໄທເວົ້າລວມ ແລະ ຢັ້ງຢືນວ່າ ລັດຖະບານ, ລັດຖະສະພາປະເທດນີ້ ຍາມໃດກໍ່ເອົາໃຈໃສ່ຕໍ່ການໜູນຊ່ວຍປະຊາຄົມໄທເຊື້ອຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

Top