ຂ່າວສານ

ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ​ໄທ ​ຕີ​ລາ​ຄາ​ສູງ​ການ​ຮ່ວ​ມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງໄທ ສຸພາໄຈໂພສູ.

ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງໄທ ສພາໄຈໂພສູ.

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທງ ແລະ ທ່ານຮອງປະທານສະພາຕ່ຳຜູ້ທີ 2 ຂອງ ໄທ ສພາໄຈໂພສູ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟານຈີແທງ  ຢັ້ງຢືນວ່າ ຜ່ານໄລຍະ 45 ປີແຫ່ງການພັດທະນາ, ການພົວພັນລະຫວ່າງ ຫວຽດນາມ - ໄທ ບັນລຸໄດ້ບັນດາໝາກຜົນອັນດີງາມ. ໃນປີ 2021 ທີ່ຜ່ານມາ, ສອງຝ່າຍໄດ້ຈັດ ການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍແທດຈິງ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຫວຽດນາມ ຖືການຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ ແລະ ໄທ ແມ່ນຈຸດສຸມໃນການປະຕິບັດງານ, ພິເສດແມ່ນຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ, ວັດທະນະທຳ, ການພົປະພົວພັນລະຫວ່າງ ເຂດອີສານຂອງໄທ ແລະ ບັນດາແຂວງທາງພາກກາງຂອງ ຫວຽດນາມ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ 2 ປະເທດເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ປາດະໜາຢາກໃຫ້ລັດຖະບານ ໄທ ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວໄທ ເຊື້ອຊາດຫວຽດນາມ ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ກາຍເປັນປະຊາຄົມທີ່ສະໜິດຕິດພັນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງໄທ ກໍ່ຄືການພົວພັນສອງປະເທດ.

ສ່ວນທ່ານ ຮອງປະທານສະພາຕ່ຳ ໄທ ສພາໄຈ ໂພສູ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງປະຊາຄົມຊາວໄທ ເຊື້ອຊາດ ຫວຽດນາມ ດ້ວຍການພັດທະນາເສດຖະກິດ - ສັງຄົມ ຂອງໄທ ເວົ້າສະເພາະ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ - ໄທເວົ້າລວມ ແລະ ຢັ້ງຢືນວ່າ ລັດຖະບານ, ລັດຖະສະພາປະເທດນີ້ ຍາມໃດກໍ່ເອົາໃຈໃສ່ຕໍ່ການໜູນຊ່ວຍປະຊາຄົມໄທເຊື້ອຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)


top