• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ: ຕ້ອງ​ແກ້​ໄຂ​ບັນ​ດາ​ເຫດ​ລະ​ເມີດ​ການ​ຂຸດ​ຄົ້ນ IUU ຢ່າ​ງ​ເຂັ້ມ​ງວດ

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕ້ອງສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດວຽກງານກວດກາ, ຊຸກຍູ້, ແນະນຳບັນດາທ້ອງຖິ່ນ ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ລາຍງານ ໝາກຜົນຂອງການປະຕິບັດຕໍ່ນາຍົກລັດຖະມົນຕີ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 5 ກຸມພາ, ຢູ່ນະຄອນ ແຣກຢ້າ, ແຂວງ ກຽນຢາງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ, ຫົວໜ້າຄະນະຊີນຳແຫ່ງຊາດກ່ຽວກັບ IUU ເປັນປະທານກອງປະຊຸມຄັ້ງທີ 9 ກ່ຽວກັບການຂຸດຄົ້ນສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ 28 ແຂວງ, ນະຄອນຢູ່ແຄມທະເລທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະເໜີກະຊວງກະສິກຳ ແລະ ພັດທະນາບົນນະບົດ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນສຸມແຫຼ່ງກຳລັງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສອງໜ້າທີ່ໃຫ້ເປັນຢ່າງດີ, ບໍ່ປະໃຫ້ກຳປັ່ນຫາປາໃດລະເມີດເຂດທະເລຕ່າງປະເທດ ແລະ ແກ້ໄຂບັນດາການລະເມີດການຂຸດຄົ້ນ IUU ຢ່າງເຂັ້ມງວດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕ້ອງສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດວຽກງານກວດກາ, ຊຸກຍູ້, ແນະນຳບັນດາທ້ອງຖິ່ນ ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ລາຍງານ ໝາກຜົນຂອງການປະຕິບັດຕໍ່ນາຍົກລັດຖະມົນຕີ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີບັນດາແຂວງ, ນະຄອນແຄມທະເລ ແກ້ໄຂບັນດາກໍລະນີລະເມີດການຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ ຢ່າງເດັດຂາດ, ກວດພົບຢ່າງທັນການ, ແຕ່ໄກ, ສະກັດກັ້ນ, ແກ້ໄຂກຳປັ່ນຫາປາ, ຊາວປະມົງທີ່ມີສັນຍານໄປຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດໂດຍໄວ ແລະ ທັນການ.

(ແຫຼ່ງຄັດຈາກ VOV)

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ອິດສະຣາແອັນ ແລະ ຊີຣີ ດຳເນີນການສົນທະນາເຈລະຈາເພື່ອຊອກຫາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ

ບັນດາການປຶກສາຫາລືໄດ້ສຸມໃສ່ການສ້າງກົນໄກຕົວຈິງເພື່ອຢຸດຕິບັນດາການບຸກໂຈມຕີ, ການຈັບຕົວ ແລະ ການເຄື່ອນໄຫວແນໃສ່ບັນດາເປົ້າໝາຍຂອງ ອິດສະຣາແອັນ ແລະ ຊີຣີ

Top