• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ: ຊຸກ​ຍູ້​ພື້ນ​ຖານ​ການ​ທູດ​ທັນ​ສະ​ໄໝ ແລະ ຮອບ​ດ້ານ

ເນື່ອງໃນໂອກາດປີໃໝ່ ປີແມວ 2023 ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແລກປ່ຽນກັບນັກຂ່າວກ່ຽວກັບບັນດາຜົນງານຂອງຂະແໜງໃນປີ 2022 ແລະ ທິດທາງຈຸດສຸມຂອງຂະແໜງການທູດຫວຽດນາມ ປີ 2023.
  ທ່ານລັດຖະມົນຕີ ບຸ່ຍແທັງເຊີນ (ພາບ: TTXVN)  

ໃນປີ 2022, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ, ຂະແໜງການທູດ ໄດ້ຕິດພັນກັບແນວທາງການຕ່າງປະເທດ ກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ໝາກຜົນກອງປະຊຸມການຕ່າງປະເທດທົ່ວປະເທດຄັ້ງປະຖົມມະເລິກ, ຜັນຂະຫຍາຍຢ່າງທັນການ, ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ຂ້ຽວຂາດ, ຄົບຊຸດ ບັນດາໜ້າທີ່ຈຸດສຸມ ດ້ວຍບັນດາມາດຕະການລະອຽດ ເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມປະຕິບັດສາມໜ້າທີ່ພື້ນຖານ ຄື ຮັບປະກັນເປົ້າໝາຍປ້ອງກັນຄວາມໝັ້ນຄົງ, ພັດທະນາ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.

ກ່ຽວກັບການຕ່າງປະເທດສອງຝ່າຍ, ຂະແໜງການທູດ ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນກັບບັນດາປະເທດໃຫ່ຍ, ປະເທດບ້ານໄກ້ເຮືອນຄຽງ, ບັນດາຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ມີຫຼາຍການເຄື່ອນໄຫວມີລັກສະນະຍຸດທະສາດ ແລະ ມີຄວາມໝາຍປະຫວັດສາດ, ໂດຍສະເພາະແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ (30/10-1/11/2022). ຫວຽດນາມ ນຳຈຳນວນປະເທດມີການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ກັບ ຫວຽດນາມ ຂຶ້ນເປັນ 4 ປະເທດ, ຈຳນວນປະເທດທັງໝົດມີການພົວພັນທາງການທູດກັບ ຫວຽດນາມ ຂຶ້ນເປັນ 190 ປະເທດ.

ກ່ຽວກັບການພົວພັນຫຼາຍຝ່າຍ, ຫວຽດນາມ ໄດ້ສະແດງເປັນຢ່າງດີ ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ໃນປະຊາຄົມໂລກ, ສ້າງຂີດໝາຍສຳຄັນຫຼາຍຢ່າງ ດ້ວຍເລື່ອງໄດ້ຮັບເລືອກຕັ້ງເປັນຮອງປະທານ ສະມັດຊາໃຫ່ຍ ສປຊ ຊຸດທີ 77 ຕາງໜ້າໃຫ້ພາກພື້ນ ອາຊີ-ປາຊີຟິກ; ໄດ້ຮັບເລືອກຕັ້ງເຂົ້າໃນສະພາສິດທິມະນຸດ ອາຍຸການ 2023 - 2025….

ກ່ຽວກັບບັນດາທິດທາງຈຸດສຸມຂອງ ຂະແໜງການທູດຫວຽດນາມ ໃນປີ 2023, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເໜັ້ນໜັກວ່າ, ຕ້ອງຊຸກຍູ້ພື້ນຖານຂະແໜງການທູດທັນສະໄໝ, ຮອບດ້ານ, ໃນນັ້ນ ເພີ່ມທະວີການສົມທົບລະຫວ່າງການຕ່າງປະເທດພັກ, ການທູດລັດ, ການຕ່າງປະເທດສະພາແຫ່ງຊາດ ແລະ ການຕ່າງປະເທດ ປຊຊ ຢ່າງມີປະສິດທິຜົນ.

 

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top