• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຢ້ຽມ​ຢາມ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ຄ້າຫຼາຍ​ຝ່າຍ

ທ່ານນາງ ປ.ອ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 19 ພຶດສະພາ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນໃຫ້ການຕ້ອນຮັບ ທ່ານນາງ ປ.ອ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເຊິ່ງຕາງໜ້າລັດຖະບານ ຫວຽດນາມ, ທ່ານນາງ ປ.ອ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 19 ພຶດສະພາ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມຄັ້ງທີສອງຂອງການນຳ WTO ເຊິ່ງສະແດງໃຫ້ເຫັນຄວາມສົນໃຈຢູ່ລະດັບສູງຂອງ WTO ກໍ່ຄືຂອງຜູ້ອຳນວຍການໃຫຍ່ WTO ຕໍ່ການພັດທະນາຂອງ ຫວຽດນາມ ນັບແຕ່ເວລາເຂົ້າຮ່ວມ WTO ໃນຕົ້ນປີ 2007. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳລັດຖະບານ, ບັນດາກະຊວງຂະແໜງການ, ວິສາຫະກິດ ແລະ ນັກຮຽກຮູ້ ຫວຽດນາມ ໄດ້ຮັບຟັງຄຳເຫັນໂດຍກົງຂອງຜູ້ອຳນວຍການໃຫຍ່ WTO ກ່ຽວກັບບົດບາດ, ວຽກງານຂອງ WTO ໃນໄລຍະຈະມາເຖິງ, ພ້ອມທັງແບ່ງປັນກັບທ່ານຜູ້ອຳນວຍການໃຫຍ່ WTO ກ່ຽວກັບແຜນນະໂຍບາຍຂອງ ຫວຽດນາມໃນການຍົກສູງລະບົບການຄ້າຫຼາຍຝ່າຍ; ວິໄສທັດ, ຍຸດທະສາດ, ມາດຕະການຢ່າງລະອຽດ ແລະ ຄວາມມານະພະຍາຍາມຜັນຂະຫຍາຍຂອງຝ່າຍ ຫວຽດນາມໃນການຊຸກຍູ້ການຄ້າ, ປະຕິບັດການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.

 

(ແຫຼ່ງຄັດຈາກ VOV)

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 33 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ການ​ສົນ​ທະ​ນາຍຸດ​ທ​ະ​ສາດ 3+3 ຂັ້ນ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ, ປ້ອງ​ກັນ​ປະ​ເທດ, ຕຳຫຼວດ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ.

Top