• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin: ການ​ພົວ​ພັນ ​ລັດ​ເຊຍ - ອິນ​ເດຍ ມີ​ທາດ​ແທ້​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພິ​ເສດ

ກ່າວຄຳເຫັນໃນການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ວັນທີ 09 ກໍລະກົດ, ຢູ່ວັງ Kremlin ທີ່ນະຄອນຫຼວງ ມົດສະກູ (ລັດເຊຍ), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ການພົວພັນລະຫວ່າງ ລັດເຊຍ - ອິນເດຍ ມີທາດແທ້ຂອງການພົວພັນຄູ່ຮ່ວມມືຍຸດທະສາດພິເສດ.
ທ່ານນາຍົກລັດຖະມົນຕີ Narendra Modi ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TASS)

ໃນການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີ Narendra Modi ເຊື່ອໝັ້ນວ່າ ລັດເຊຍ ແລະ ອິນເດຍ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ເມື່ອປຶກສາຫາລືກ່ຽວກັບມາດຕະການສຳລັບການປະທະກັນຢູ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ Modi ຢັ້ງຢືນວ່າ ສັນຕິພາບ ແມ່ນສຳຄັນທີ່ສຸດ. ທ່ານຊີ້ແຈ້ງວ່າ ອິນເດຍ ພ້ອມແລ້ວທີ່ຈະສະໜອງບໍ່ວ່າການຊ່ວຍເຫຼືອໃດໆໃນການສ້າງສັນຕິພາບຢູ່ ຢູແກຼນ.

ການນຳສອງທ່ານກໍດຳເນີນວາລະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ແລະ ໃນທົ່ວໂລກ; ຮ່ວມມືໃນກຸ່ມບັນດາປະເທດຫາກໍພົ້ນເດັ່ນ BRICS, ອົງການຮ່ວມມືຊຽງໄຮ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນແຖວໜ້າໂລກ - g20 ແລະ ບັນຫາຄວາມໝັ້ນຄົງດ້ານພະລັງງານ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top