• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ເວືອງ​ດິ່​ງ​ເຫ້ວ ພົບ​ປະ​ກັບ​ທ່ານນາງ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ ຍີ່ປຸ່ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນຄວາມປອດໄພ, ການເບິ່ງແຍງດູແລທາງການແພດ ແລະ ຮັກສາສະຖຽນລະພາບໃນການດຳລົງຊີວິດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາໃນເງື່ອນໄຂທີ່ເປັນປົກກະຕິໃໝ່.
ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ພົບປະກັບທ່ານນາງປະທານສະພາສູງ ຍີ່ປຸ່ນ

ຕອນເຊົ້າວັນທີ 7 ກັນຍາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຢູ່ນະຄອນຫຼວງ ວຽນນາ, ປະເທດ ໂອຕາລິດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາງປະທານສະພາສູງ ຍີ່ປຸ່ນ Santo Akiko. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາຢາກຍີ່ປຸ່ນຈະສືບຕໍ່ສະໜອງວັດຖຸອຸປະກອນການແພດ, ໜູນຊ່ວຍ, ມອບສົ່ງແຫຼ່ງວັກຊິນທີ່ຍັງເຫຼືອ, ພິຈາລະນາການຮ່ວມມືຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ - 19 ເພື່ອໃຫ້ ຫວຽດນາມ ມີແຫຼ່ງວັກຊິນຕື່ມອີກ ໃນການສັກວັກຊິນໃຫ້ແກ່ປະຊາຊົນ, ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອແນໃສ່ຮັບປະກັນລະບົບສະໜອງ ແລະ ຜະລິດໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີບັນດາວິສາຫະກິດ ຍີ່ປຸ່ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ ຍີ່ປຸ່ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນຄວາມປອດໄພ, ການເບິ່ງແຍງດູແລທາງການແພດ ແລະ ຮັກສາສະຖຽນລະພາບໃນການດຳລົງຊີວິດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາໃນເງື່ອນໄຂທີ່ເປັນປົກກະຕິໃໝ່.

ສອງຝ່າຍ ໄດ້ຢັ້ງຢືນຈະສືບຕໍ່ໜູນຊ່ວຍເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຸຍ້ງຍາກຂອງໂລກລະບາດ ແລະ ຟື້ນຟູ, ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການ ນິຕິບັນຍັດ ຂອງສອງປະເທດ, ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາສອງປະເທດ ເພື່ອໃຫ້ຈາກນັ້ນ ສາມາດຍົກອອກຫຼາຍຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ແບ່ງປັນຂໍ້ມູນ ແລະ ສົມທົບກັນໃນການເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ, ຊຸກຍູ້ການພົວພັນສອງປະເທດ ແລະ ສະພາແຫ່ງຊາດສອງປະເທດທີ່ນັບມື້ນັບພັດທະນາຢ່າງແຮງກວ່າອີກ.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top