• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ ພັກແຂວງ ເງະ​ອານ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ທາງແຂວງ ເງະອານ ສຳຫຼວດກວດກາຄືນບັນດານະໂຍບາຍເຊິ່ງກົດໝາຍສະບັບ ໂດຍສະພາແຫ່ງຊາດຫາກໍ່ປະກາດໃຊ້ຈະມີຜົນສັກສິດ, ຄົ້ນຄ້ວາໝູນໃຊ້ບັນດານະໂຍບາຍຢ່າງສຸດຂີດ ເພື່ອມີຄວາມເປັນໄປໄດ້ສູງດ້ວຍເງື່ອນໄຂຂອງທ້ອງຖິ່ນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: quochoi.vn)

ຕອນບ່າຍວັນທີ 29 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກລະຫວ່າງ ຄະນະຮັບຜິດຊອບວຽກງານພັກ ສະພາແຫ່ງຊາດ ແລະ ຄະນະປະຈຳພັກແຂວງ ເງະອານກ່ຽວກັບການສ້າງສ້າງຮ່າງມະຕິຂອງ ສະພາແຫ່ງຊາດ ວ່າດ້ວຍການທົດລອງກໍ່ສ້າງບາງກົນໄກ, ນະໂຍບາຍພິເສດ ພັດທະນາແຂວງເງະອານ.

ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ເພື່ອປະຕິບັດໄດ້ເປົ້າໝາຍພັດທະນາແຂວງ ເງະອານ ຮອດປີ 2030 ແມ່ນແຂວງພັດທະນາດີພໍສົມຄວນຂອງທົ່ວປະເທດ, ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ດິນແດນເງະອານ, ວິໄສທັດຮອດປີ 2045, ເງະອານ ແມ່ນແຂວງພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ, ມີສີວິໄລ ແລະ ທັນສະໄໝ ແມ່ນໜຶ່ງໃນບັນດາກຳລັງໜູນພັດທະນາຂອງເຂດຕອນເໜືອພາກກາງ, ຕ້ອງມີມະຕິສະບັບໃໝ່. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ທາງແຂວງ ເງະອານ ສຳຫຼວດກວດກາຄືນບັນດານະໂຍບາຍເຊິ່ງກົດໝາຍສະບັບ ໂດຍສະພາແຫ່ງຊາດຫາກໍ່ປະກາດໃຊ້ຈະມີຜົນສັກສິດ, ຄົ້ນຄ້ວາໝູນໃຊ້ບັນດານະໂຍບາຍຢ່າງສຸດຂີດ ເພື່ອມີຄວາມເປັນໄປໄດ້ສູງດ້ວຍເງື່ອນໄຂຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top