• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນ 15 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານ Ji Jong – rip ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Amkor Technology ແລະ ທ່ານ Kim Jung - tai ປະທານກຸ່ມບໍລິສັດການເງິນ Hana. ນີ້ແມ່ນການເຄື່ອນໄຫວສຸດທ້າຍ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ່າງຈົບງາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານ Ji Jong – rip ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Amkor Technology (ພາບ: TTXVN)

ທີ່ການຕ້ອນຮັບທ່ານ Ji Jong – rip ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ກຸ່ມບໍລິສັດ Amkor Technology ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອເຂົ້າຮ່ວມລະບົບສະໜອງທົ່ວໂລກ, ຊ່ວຍສ້າງສະຖຽນລະພາບໃນການຜະລິດ ແລະ ພັດທະນາແບບຍືນຍົງ.

ໃນການຕ້ອນຮັບທ່ານ Kim Jung - tai ປະທານກຸ່ມບໍລິສັດການເງິນ Hana, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ແບ່ງປັນບົດຮຽນ, ປະສົບການບໍລິຫານທີ່ກ້າວໜ້າ, ວິທີດຳເນີນທຸລະກິດແບບໃໝ່. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວສັງຄົມ ແລະ ການເຄື່ອນໄຫວກຸສົນທີ່ທາງກຸ່ມບໍລິສັດໄດ້ປະຕິບັດຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ດ່ານັ້ງ ສະເໜີຄຼິບວີດີໂອ ດ່ານັ້ງສຸດຍອດ ເພື່ອໂຄສະນາການທ່ອງທ່ຽວ

ດ່ານັ້ງ ສະເໜີຄຼິບວີດີໂອ “ດ່ານັ້ງສຸດຍອດ” ເພື່ອໂຄສະນາການທ່ອງທ່ຽວ

ຄຼິບວີດີໂອໄດ້ຖ່າຍທຳນະຄອນທັນສະໄໝ, ສະຫງົບສຸກ, ໃກ້ຊິດ, ເປັນມິດ ສະແດງອອກຜ່ານບັນດາຮູບຖ່າຍທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ດ່ານັ້ງ

Top