ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ ກົດໝາຍ Kim & Chang ສ.ເກົາຫຼີ
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີ ໃຫ້ບໍລິສັດກົດໝາຍ Kim & Chang ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງນະໂຍບາຍໃຫ້ສົມບູນແບບ, ໂດຍສະເພາະແມ່ນສຳລັບຂົງເຂດຫັນເປັນດີຈີຕອນ, ຄວາມປອດໄພດ້ານຂໍ້ມູນຂ່າວສານທາງອິນເຕີເນັດ, ຫັນປ່ຽນພະລັງງານ, ຫັນເປັນສີຂຽວ... ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນທ້າຍປີນີ້, ສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາປັບປຸງ ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດກວ່າອີກ.
ທ່ານຜູ້ອຳນວຍການໃຫຍ່ Chung Kye Sung ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະສະໜັບສະໜຼນ ຫວຽດນາມ ໃນການສ້າງນະໂຍບາຍກົດໝາຍ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ໃນການປະກາດນະໂຍບາຍກົດໝາຍກ່ຽວຂ້ອງເຖິງພາສີຕ່ຳສຸດທົ່ວໂລກ.