• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ແລະ ພັນ​ລະ​ຍາ​ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ ຍີ​ປຸ່ນ Naruhito

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ການພົວພັນສອງປະເທດມີການພັດທະນາຢ່າງແຮງໃນຫຼາຍຂົງເຂດ, ນັບແຕ່ການເມືອງຕະຫຼອດຮອດວັດທະນະທຳ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ພັນລະຍາພົບປະກັບ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີປຸ່ນ Naruhito (ພາບ: TTXVN )

ຕອນບ່າຍວັນທີ 4 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ ໄດ້ພົບປະກັບ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຢູ່ພາລາຊະວັງ. ພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito ໄດ້ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍຍີ່ປຸ່ນ ແກ້ໄຂຜົນຕາມມາຂອງເຫດແຜ່ນດິນໄຫວຢູ່ແຫຼມ Noto ໃນປີ 2024. ພະເຈົ້າຈັກກະພັດ ຍີ່ປຸ່ນ ກໍ່ສະແດງຄວາມເສຍໃຈຕໍ່ບັນດາຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນຢູ່ຫວຽດນາມ ໃນເດືອນກັນຍາຜ່ານມາ.

ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ການພົວພັນສອງປະເທດມີການພັດທະນາຢ່າງແຮງໃນຫຼາຍຂົງເຂດ, ນັບແຕ່ການເມືອງຕະຫຼອດຮອດວັດທະນະທຳ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຂອງຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ຫວຽດນາມໃນຫຼາຍປີຜ່ານມາ. ເຫດການທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ພັນລະຍາພົບປະກັບ ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ Naruhito ໄດ້ຮັບຄວາມສົນໃຈເປັນພິເສດຈາກສື່ມວນຊົນຍີ່ປຸ່ນ ແລະ ບັນດາອົງການສື່ມວນຊົນແຖວໜ້າຍີ່ປຸ່ນຄື: NTV, TBS, AU... ເຊິ່ງໄດ້ລົງຂ່າວເປັນຈຳນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top