• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ເພີ່ມ​ທະ​ວີ​ການ​ທູດ​ລັດ​ຖະ​ສະ​ພາ, ຍູ້​ແຮງ​ການ​ໂອ້​ລົ​ມ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ​ໄດ້ຕີ​ລາ​ຄາ​ສູງ​ຫົວ​ຂໍ້ “ຫຼໍ່​ລ້ຽງ​ຄວາມ​ຫວັງ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ປະ​ຕິ​ບັດ​ຄວາມຍຸ​ຕິ​ທຳ​ໃຫ້​ສຳ​ລັບ​ຄົນ​ລຸ້ນ​ອະ​ນາ​ຄົດ” ຂອງ IPU ປີ​ນີ້, ຖື​ວ່າ​ສານ​ດັ່ງ​ກ່າວ​ທັງ​ມີ​ລັກ​ສະ​ນະ​ສະ​ຖາ​ນະ​ການ​ທັງ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ບັນ​ດາ​ປະ​ເທດ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ​: Doãn Tn TTXVN)

“ຫຼໍ່​ລ້ຽງ​ຄວາມ​ຫວັງ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຄົນ​ລຸ້ນ​ອະ​ນາ​ຄົດ” ແມ່ນ​ຫົວ​ຂໍ້​ຂອງບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ຢູ່​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂອງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​​ສະ​ຫະ​ພັນລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU - 152) ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 16 ເມ​ສາ ຢູ່ Istanbul, ປະ​ເທດ ຕວັກ​ກີ.

ໃນ​ບົດ​ກ່າວ​ຄຳ​ເຫັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ​ໄດ້ຕີ​ລາ​ຄາ​ສູງ​ຫົວ​ຂໍ້ “ຫຼໍ່​ລ້ຽງ​ຄວາມ​ຫວັງ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ປະ​ຕິ​ບັດ​ຄວາມຍຸ​ຕິ​ທຳ​ໃຫ້​ສຳ​ລັບ​ຄົນ​ລຸ້ນ​ອະ​ນາ​ຄົດ” ຂອງ IPU ປີ​ນີ້, ຖື​ວ່າ​ສານ​ດັ່ງ​ກ່າວ​ທັງ​ມີ​ລັກ​ສະ​ນະ​ສະ​ຖາ​ນະ​ການ​ທັງ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ບັນ​ດາ​ປະ​ເທດ. ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາມ, ຕັດ​ສິນ​ມີ​ຄວາມ​ໝັ້ນ​ໃຈ, ກ້າວ​ເດີນ​ເຂົ້າ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ດ້ວຍ​ເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ​ໃນ​ປີ 2030 ແລະ ​ເປັນປະ​ເທດ​ພັດ​ທະ​ນາ, ລາຍ​ຮັບ​ສູງ​ໃນ​ປີ 2045. ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຖື​ວ່າ IPU ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຕ້ອງ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ຄວາມ​ສາ​ມັກ​ຄີ​ສາ​ກົນ, ປັບ​ປຸງ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ ແລະ ໜູນ​ຊ່ວຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ແຫ່ງ​ຊາດ​ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີວ່າ:

ເພີ່ມ​ທະ​ວີ​ການ​ທູດ​ລັດ​ຖະ​ສະ​ພາ, ຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ຊາດ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ບັນ​ດາກົກ​ສາຍປາຍ​ເຫດ​​ຂອງ​ການ​ປະ​ທະ​ກັນ; ເຄົາ​ລົບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ. ດ້ວຍ​ຈິດ​ໃຈ​ນັ້ນ, ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ IPU, ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ ຈົ່ງ​ປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ເຈ​ລະ​ຈາໂດຍ​ສັນ​ຕິ​ວິ​ທີ, ຊອກ​ຫາ​ມາດ​ຕະ​ການ​ສົມ​ເຫດ​ສົມ​ຜົນ, ຄວາມ​ຍືນ​ຍົງ​ໃຫ້​ແກ່​ບັນ​ດາ​ການ​ປະ​ທະ​ກັນ​ໃນ​ປັດ​ຈຸ​ບັນ. ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ລັດ​ຖະ​ສະ​ພາ​ໃນ​ຂອບ​ເຂດ​ນິ​ຕິ​ກຳ, ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ເປັນ​ກົດ​ໝາຍພາຍ​ໃນ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ບໍ່​ເຜີຍ​ແຜ່​ອາ​ວຸດ​ລ້າງຜານ, ປະ​ຕິ​ບັດ​ການ​ຕິດ​ຕາມ​ຢູ່​ລະ​ດັບ​ສູງ​ສຳ​ລັບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ນັບ​ແຕ່​ນີ້​ຮອດ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ (ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ (ວັນ​ທີ 30 ເມ​ສາ) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ (ວັນ​ທີ01 ພຶດ​ສະ​ພາ), ຢູ່​ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນ​ປະ​ມານ 15 ເຫດ​ການ, ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ, ກ້າວ​ເຂົ້າ​ສູ່​ລະ​ດູ​ທ່ອງ​ທ່ຽວ​ທີ່​ຄຶກ​ຄື້ນ.

Top