ຂ່າວສານ ຫວຽດນາມ ຕິດໃນກຸ່ມ 5 ປະເທດໃນໂລກທີ່ມີດັດຊະນີທຶນມະນຸດເປີດກວ້າງ ປີ 2026 18/04/2026 ຫວຽດນາມ ຫາກໍໄດ້ຮັບການເຊີດຊູຕິດໃນກຸ່ມ 5 ປະເທດໃນໂລກ ທີ່ມີຜົນງານດີທີ່ສຸດກ່ຽວກັບດັດຊະນີທຶນມະນຸດເປີດກວ້າງ (HCI+) ປິ 2026 ຈາກທະນາຄານໂລກ (WB). ພິທີເຊີດຊູໄດ້ດຳເນີນໃນວັນທີ 16 ເມສາ, ຢູ່ ວໍຊິງຕັນ, ໃນຂອບເຂດກອງປະຊຸມລະດູບານໃໝ່ຂອງທະນາຄານໂລກ ແລະ ກອງທຶນເງິນຕາສາກົນ. ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕາງໜ້າ ຫວຽດນາມ ຮັບນາມມະຍົດດັ່ງກ່າວ. ທ່ານນາງ Mamta Murthi, ຮອງປະທານຜູ້ຮັບຜິດຊອບກ່ຽວກັບດັດຊະນີທຶນມະນຸດ ຂອງທະນາຄານໂລກ ມອບລາງວັນໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: VOV) ຕາມການຕີລາຄາຂອງທະນາຄານໂລກ, ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລາຍຮັບລະດັບດຽວກັນ ຍ້ອນຮັກສາຄຸນນະພາບການສຶກສາເປັນປົກກະຕິ ແລະ ບັນລຸໝາກຜົນສູງໃນບັນດາການຕີລາຄາສາກົນປະຈຳໄລຍະ. ໄປຄຽງຄູ່ກັນນັ້ນ, ຕະຫຼາດແຮງງານກໍຮັບຮູ້ມີການປົວແປງຢ່າງຈະແຈ້ງ. ອີກຈຸດພົ້ນເດັ່ນອື່ນແມ່ນປະສິດທິຜົນນຳໃຊ້ທຶນມະນຸດຂອງ ຫວຽດນາມ. ໃນບົດລາຍງານ HCI+ ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຫັນການລົງທຶນເຂົ້າຂົງເຂດການສຶກສາ ແລະ ສາທາລະນະສຸກກາຍເປັນການເຕີບໂຕເສດຖະກິດຢ່າງແທ້ຈິງໄດ້ເປັນຢ່າງດີກວ່າລະດັບປານກາງຂອງບັນດາປະເທດທີ່ມີລາຍຮັບລະດັບດຽວກັນ. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ໄດ້ຮັບການຕີລາຄາວ່າ ນອນໃນກຸ່ມພື້ນຖານເສດຖະກິດທີ່ມີຄຸນນະພາບແຫຼ່ງຊັບພະຍາກອນມະນຸດແກ້ງແຍ້ງ, ພິເສດແມ່ນໃນສະພາບການຫັນປ່ຽນໄປສູ່ຮູບແບບການເຕີບໂຕໂດຍອີງໃສ່ທັກສະ ແລະ ນະວັດຕະກຳ. (ແຫຼ່ງຄັດຈາກ VOV)

ຫວຽດນາມ ຫາກໍໄດ້ຮັບການເຊີດຊູຕິດໃນກຸ່ມ 5 ປະເທດໃນໂລກ ທີ່ມີຜົນງານດີທີ່ສຸດກ່ຽວກັບດັດຊະນີທຶນມະນຸດເປີດກວ້າງ (HCI+) ປິ 2026 ຈາກທະນາຄານໂລກ (WB). ພິທີເຊີດຊູໄດ້ດຳເນີນໃນວັນທີ 16 ເມສາ, ຢູ່ ວໍຊິງຕັນ, ໃນຂອບເຂດກອງປະຊຸມລະດູບານໃໝ່ຂອງທະນາຄານໂລກ ແລະ ກອງທຶນເງິນຕາສາກົນ. ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕາງໜ້າ ຫວຽດນາມ ຮັບນາມມະຍົດດັ່ງກ່າວ. ທ່ານນາງ Mamta Murthi, ຮອງປະທານຜູ້ຮັບຜິດຊອບກ່ຽວກັບດັດຊະນີທຶນມະນຸດ ຂອງທະນາຄານໂລກ ມອບລາງວັນໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: VOV) ຕາມການຕີລາຄາຂອງທະນາຄານໂລກ, ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລາຍຮັບລະດັບດຽວກັນ ຍ້ອນຮັກສາຄຸນນະພາບການສຶກສາເປັນປົກກະຕິ ແລະ ບັນລຸໝາກຜົນສູງໃນບັນດາການຕີລາຄາສາກົນປະຈຳໄລຍະ. ໄປຄຽງຄູ່ກັນນັ້ນ, ຕະຫຼາດແຮງງານກໍຮັບຮູ້ມີການປົວແປງຢ່າງຈະແຈ້ງ. ອີກຈຸດພົ້ນເດັ່ນອື່ນແມ່ນປະສິດທິຜົນນຳໃຊ້ທຶນມະນຸດຂອງ ຫວຽດນາມ. ໃນບົດລາຍງານ HCI+ ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຫັນການລົງທຶນເຂົ້າຂົງເຂດການສຶກສາ ແລະ ສາທາລະນະສຸກກາຍເປັນການເຕີບໂຕເສດຖະກິດຢ່າງແທ້ຈິງໄດ້ເປັນຢ່າງດີກວ່າລະດັບປານກາງຂອງບັນດາປະເທດທີ່ມີລາຍຮັບລະດັບດຽວກັນ. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ໄດ້ຮັບການຕີລາຄາວ່າ ນອນໃນກຸ່ມພື້ນຖານເສດຖະກິດທີ່ມີຄຸນນະພາບແຫຼ່ງຊັບພະຍາກອນມະນຸດແກ້ງແຍ້ງ, ພິເສດແມ່ນໃນສະພາບການຫັນປ່ຽນໄປສູ່ຮູບແບບການເຕີບໂຕໂດຍອີງໃສ່ທັກສະ ແລະ ນະວັດຕະກຳ.
ບັນດາບົດຕໍ່ໄປ ດ່າໜັງ ຈັດຫຼາຍເຫດການ, ງານບຸນໃນໂອກາດພັກບຸນໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ, ວັນປົດປ່ອຍພາກໃຕ້ ຫວຽດນາມ ແລະ ວັນກຳມະກອນສາກົນ18/04/2026ຂ່າວສານນັບແຕ່ນີ້ຮອດໂອກາດພັກບຸນໄຫວ້ບູຊາບັນດາເຈົ້າຊີວິດ ຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ຫວຽດນາມ ເປັນເອກະພາບ (ວັນທີ 30 ເມສາ) ແລະ ວັນກຳມະກອນສາກົນ (ວັນທີ01 ພຶດສະພາ), ຢູ່ນະຄອນ ດ່າໜັງ ໄດ້ດຳເນີນປະມານ 15 ເຫດການ, ງານບຸນທີ່ເປັນເອກະລັກ, ກ້າວເຂົ້າສູ່ລະດູທ່ອງທ່ຽວທີ່ຄຶກຄື້ນ. ນຳເສດຖະກິດ, ການຄ້າ, ການລົງທຶນເປັນເສົາຄ້ຳຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວັກກີ18/04/2026ຂ່າວສານຫວຽດນາມ ຮຽກຮ້ອງຢຸດຕິການປະທະກັນ, ປົກປ້ອງຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນຕາເວັນອອກກາງ18/04/2026ຂ່າວສານທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ: ເພີ່ມທະວີການທູດລັດຖະສະພາ, ຍູ້ແຮງການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ18/04/2026ຂ່າວສານເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ IPU17/04/2026ຂ່າວສານທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດໃຫຍ່ ຢູ່ແຖວໜ້າຂອງ ອາເມລິກາ52 ແຫ່ງ17/04/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຈີນ17/04/2026ຂ່າວສານ ອ່ານເພີ່ມ