• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ໝູ່​ບ້າ​ນ​ເກົ່າ​ແກ່ ເດື່ອງ​ເລິມ

ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ, ຕອນເຊົ້າວັນທີ 27 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ພົບປະກັບປະຊາຊົນຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ, ເທດສະບານເຊິນເຕີຍ, ຮ່າໂນ້ຍ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມ, ພົບປະກັບປະຊາຊົນຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ, ເທດສະບານເຊິນເຕີຍ

ເມື່ອໂອ້ລົມກັບປະຊາຊົນຢູ່ສາລາບ້ານເດື່ອງເລິມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ວັນຄອບຄົວ ຫວຽດນາມ ແມ່ນໂອກາດທີ່ມີຄວາມໝາຍແນໃສ່ເຊີດຊູບັນດາຄຸນຄ່າຂອງຄອບຄົວ, ເພື່ອໃຫ້ລູກ, ຫຼານອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່ ແລະ ຍາດຕິພີ່ນ້ອງ, ເພີ່ມພູນນ້ຳໃຈຄວາມຮັກແພງອັນດີງາມ, ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນລ້ຳຄ່າຂອງບ້ານເກີດເມືອງນອນ, ປະເທດຊາດ. ທ່ານປະທານປະເທດ ໂຕເລິມ ຖືວ່າ:

        “ລຸ້ນພໍ່ລຸ້ນອ້າຍ, ບັນພະບຸລຸດ ໄດ້ຮັກສາບັນດາມໍລະດົກ, ມູນເຊື້ອອັນລ້ຳຄ່າໄວ້ໃຫ້ພວກເຮົາ. ພວກເຮົາເປັນຄົນລຸ້ນຫຼັງ, ຕ້ອງມີຄວາມຮັບຜິດຊອບໃນການຮັກສາ, ອະນຸລັກຮີດຄອງປະເພນີ, ວິຖີຊີວິດຂອງແຕ່ລະຄອບຄົວ… ຄອບຄົວໃດກໍອົບອຸ່ນ, ຢູ່ເຢັນເປັນສຸກ, ທັງໝູ່ບ້ານກໍຈະສະຫງົບສຸກ ແລະ ທົ່ວສັງຄົມກໍຈະພັດທະນາ”.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ໄປຖະຫວາຍທູບທຽນຢູ່ຫໍບູຊາ ໂບກາຍ ກະສັດ ຟຸ່ງຮຶງ ແລະ ໂງກວຽນ, ກໍຄື ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ສອງຄອບຄົວຕົວແບບຂອງຕາແສງ ເດື່ອງເລິມ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

Top