• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຫ້ອງວ່າການສຳນັກງານນາຍົກ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ພົບປະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)

ນະທີ່ນີ້, ການນຳສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາຜົນງານພົ້ນເດັ້ນ, ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ, ສັງຄົມຂອງແຕ່ລະປະເທດ; ເຫັນດີສືບຕໍ່ປະຕິບັດບັນດາອະນຸສັນຍາ, ແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ສົມທົບກັນຊອກຫາມາດຕະການທີ່ມີລັກສະນະກະໂດດຂັ້ນເພື່ອສ້າງແຫຼ່ງກຳລັງແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ແນໃສ່ສູ້ຊົນບັນລຸເປົ້າໝາຍເຕີບໂຕດ້ານການຄ້າ ແຕ່ 10 – 15% ໃນປີນີ້.

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ

Top