• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ແຫ່ງ​ຊາດ ກຸຍ​ບາ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພັດທະນາຄວາມສາມັກຄີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ - ກຸຍບາ; ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະໜັບສະໜູນພາລະກິດແຫ່ງການປະຕິວັດອັນຊອບທຳຂອງປະຊາຊົນກຸຍບາ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ກຸຍບາໂດຍທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ນຳໜ້າ, ມາຫວຽດນາມແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ເຂົ້າຮ່ວມງານສົບ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານປະເທດ ໂຕເລິມຢັ້ງຢືນວ່າ ການຢ້ຽມຢາແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ກຸຍບາ, ກໍ່ຄືນ້ຳໃຈຮັກແພງອັນລ້ຳຄ່າຂອງການນຳ ແລະ ປະຊາຊົນກຸຍບາ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກຸຍບາ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ, ຄຳອາໄລອາວອນຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນກຸຍບາ ເຖິງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໃນໂອກາດານີ້, ທ່ານ Esteban Lazo Hernandez ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີ ໃນບັນດາຂົງເຂດຮ່ວມມືທີ່ມີລັກສະນະຍຸດທະສາດຄືກະສິກຳ, ພະລັງງານທົດແທນ, ການທ່ອງທ່ຽວກັບ ຫວຽດນາມ ກໍ່ຄືແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ກຸຍບາ.

ສ່ວນທ່ານປະທານປະເທດໂຕເລິມຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພັດທະນາຄວາມສາມັກຄີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ຫວຽດນາມ - ກຸຍບາ; ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະໜັບສະໜູນພາລະກິດແຫ່ງການປະຕິວັດອັນຊອບທຳຂອງປະຊາຊົນກຸຍບາ. ພ້ອມທັງນຳການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເຂົ້າສູ່ລວງເລິກ, ຮັບໃຊ້ ໃຫ້ແກ່ພາລະກິດແຫ່ງສັນຕິພາບ, ການພັດທະນາຂອງສອງຊາດຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top