• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດກຳ​ລັງ​ທະ​ຫານ​ພິ​ເສດ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫຼື ເອີ້ນວ່າບຸນເຕັດປີມະເສັງ 2025, ຕອນບ່າຍວັນທີ 20 ມັງກອນ, ທ່ານປະທານປະເທດ ເລືອງເກືອງພ້ອມກັບຄະນະຜູ້ແທນໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດກຳລັງທະຫານພິເສດ.
ທ່ານປະທານປະເທດ ເລືອງເກື່ອງ ມອບຂອງຂວັນໃຫ້ແກ່ກຳລັງທະຫານພິເສດ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງໄດ້ຍ້ອງຍໍສັນຊົມເຊີຍບັນດາຜົນງານດີເດັ່ນໂດຍເຫຼົ່າຮົບ ທະຫານພິເສດ ບັນລຸໄດ້ໃນປີຜ່ານມາ. ທ່ານປະທານປະເທດຊີ້ແຈ້ງວ່າ ປີນີ້ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບປະເທດຊາດ, ດັ່ງນັ້ງ ເຫຼົ່າຮົບທະຫານພິເສດ ຕ້ອງສືບຕໍ່ປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງມີປະສິດທິຜົນ, ຮອບດ້ານ, ປົກປັກຮັກສາປະເທດຊາດ ຈາກໄກ, ນັບແຕ່ເວລາທີ່ປະເທດຍັງບໍ່ທັນປະສົບກັບຄວາມເປັນອັນຕະລາຍ. ກ່ອນໜ້ານັ້ນ, ທ່ານປະທານປະເທດ ເລືອງເກື່ອງພ້ອມກັບຄະນະປະຕິບັດງານໄດ້ໄປຖະຫວາຍດອກໄມ້, ຈຸດທູບທຽນອາໄລຫາບັນດານັກນັກຮົບ, ວິລະຊົນທີ່ໄດ້ເສຍສະຫຼະຊີວິດຂອງທະຫານພິເສດ, ມອບຂອງຂວັນລະດົມກຳລັງໃຈພະນັກງານ, ນັກຮົບ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ບໍລິເວນເຫຼົ່າຮົບ ທະຫານພິເສດ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top