• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວ​ໍ​ວັນ​ເຖືອງກວດ​ກາ​ວຽກ​ງານ ຊອກ​​ຫາ​ກູ້​ໄພ​​ຢູ່​ກົມ​ກູ້​ໄພ​ກູ້​ຊີບ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ

ທ່ານປະທານປະເທດ ຫວໍວັນເຖືອງໄດ້ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງພະນັກງານ, ນັກຮົບໃນວຽກງານປ້ອງກັນພົນລະເຮືອນ, ຮັບມືກັບອຸບັດຕິເຫດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ບັນດາການນຳກົມກູ້ໄພກູ້ຊີບ (ພາບ: qdnd.vn)

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ລົງຢ້ຽມຢາມ, ກວດກາວຽກງານ ຊອກຫາກູ້ໄພ ຢູ່ກົມ ກູ້ໄພກູ້ຊີບ, ກົມບັນຊາການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຫ້ອງວ່າການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ຫ້ອງວ່າການຄະນະກຳມະການ ການຮັບມືກັບອຸບັດຕິເຫດໄພທຳມະຊາດ ແລະ ການຊອກຫາກູ້ໄພກູ້ຊີບ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງພະນັກງານ, ນັກຮົບໃນວຽກງານປ້ອງກັນພົນລະເຮືອນ, ຮັບມືກັບອຸບັດຕິເຫດ, ໄພທຳມະຊາດ, ໄພພິບັດ ແລະ ການຊອກຫາກູ້ໄພໃນຕະຫຼອດໄລຍະຜ່ານມາ. ກ່ຽວກັບໜ້າທີ່ຂອງບັນດາກົມກອງໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີວ່າ:

ຕ້ອງຍູ້ແຮງການຖະແຫຼງຂ່າວ, ໂຄສະນາຄວາມຮູ້, ທັກສະໃຫ້ແກ່ບັນດາກຳລັງ ແລະ ທົ່ວປວງຊົນກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງວຽກງານປ້ອງກັນພົນລະເຮືອນ  ໂດຍແມ່ນພາກສ່ວນໜຶ່ງໃນການປ້ອງກັນປະເທດ”, “ແມ່ນໜ້າທີ່ສຳຄັນທີ່ສຸດ ແລະ ຕ້ອງປະຕິບັດເປັນປະຈຳຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທົ່ວລະບົບການເມືອງ”, ຕິດພັນກັບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ບັນດາເຂດ, ຂະແໜງການ, ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top