• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ຫວຽດ​ນາມ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັ້ກວ່າໃນແຕ່ລະບາດກ້າວພັດທະນາຂອງ ຫວຽດນາມ ຍາມໃດກໍ່ມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນລາວ. ໜ້າທີ່ໃນປັດຈຸບັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແມ່ນສືບຕໍ່ເພີ່ມພູນຄູນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກ່ວາອີກ.
ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ (ພາບ: TTXVN)

ຕອນບ່າຍວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານການທູດຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສະແດງຄວາມຍິນດີ ຕໍ່ທ່ານເອກອັກຄະລັດຖະທູດ ເມື່ອໄດ້ປະຕິບັດສຳເລັດໜ້າທີ່, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ.

ທ່ານປະທານປະເທດ ເນັ້ນໜັ້ກວ່າໃນແຕ່ລະບາດກ້າວພັດທະນາຂອງ ຫວຽດນາມ ຍາມໃດກໍ່ມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນລາວ. ໜ້າທີ່ໃນປັດຈຸບັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແມ່ນສືບຕໍ່ເພີ່ມພູນຄູນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກ່ວາອີກ, ສະໜັບສະໜູນ, ແບ່ງປັນເຊິ່ງກັນແລະກັນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ໂລກ. ທ່ານປະທານປະເທດ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງໃໝ່, ພ້ອມທັງປາດຖະໜາ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເພື່ອໃຫ້ນັບມື້ນັບຊຸກຍູ້ການພົວພັນສອງປະເທດຢ່າງແຮງກ່ວາອີກ.

ສ່ວນທ່ານເອກອັກຄະລັດຖະທູດ ລາວ ໄດ້ສະແດງຄວາມດີໃຈ ໃນ ອາຍຸການ 4 ປີຜ່ານມາ ທີ່ໄດ້ປະກອບສ່ວນຊຸກຍູ້ການປັບປຸງ ແລະເພີ່ມທະວີການພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບດີກ່ວາເກົ່າ. ທ່ານເອກອັກຄະລັດຖະທູດ ສະແດງຄວາມຂອບອົບຂອບໃຈຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ເຊິ່ງຍາມໃດກໍ່ຊ່ວຍເຫຼືອພັກ, ລັດ, ປະຊາຊົນລາວ, ຊ່ວຍລາວຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top