• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ VCC

ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ (27 ເມສາ 1963 – 27 ເມສາ 2023).
  ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນທີ່ສຳຄັນຂອງ ປະຊາຄົມວິສາຫະກິດ, ນັກທຸລະກິດ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຕໍ່ການພັດທະນາຂອງປະເທດຊາດ. ເພື່ອປະຕິບັດໄດ້ເປົ້າໝາຍຮອດປີ 2045 ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ທ່ານປະທານປະເທດເນັ້ນໜັກວ່າ

ກໍ່ສ້າງຖັນແຖວນັກທຸລະກິດເຕີບໃຫຍ່ເຂັ້ມແຂງກ່ຽວກັບຈຳນວນ, ຄຸນນະພາບ, ມີ ລະດັບຄວາມຮູ້ສູງ, ມີສະຕິພົນລະເມືອງ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຈິດໃຈຊົນຊາດຢ່າງແຮງມີຄຸນທາດທີ່ໝັ້ນແກ່ນ, ມີຄວາມສາມາດໃນການເຊື່ອມໂຍງສູງ ແມ່ນບຸລິມະສິດຂອງ ພັກ, ລັດ. ຮັບປະກັນກຳມະສິດ ແລະ ສິດເສລີໃນການດຳເນີນທຸລະກິດຂອງນັກທຸລະກິດ ຕາມກົດໝາຍ. ຕ້ອງລົບລ້າງທຸກຮົ້ວກີດຂວາງ, ຄວາມຄິດຕາຍຕົວ, ສ້າງທຸກເງື່ອນໄຂສະດວກເພື່ອພັດທະນາເສດຖະກິດເອກະຊົນທັງຈຳນວນ ແລະ ຄຸນນະພາບ, ສົ່ງເສີມການສ້າງ, ພັດທະນາບັນດາກຸ່ມບໍລິສັດເສດຖະກິດເອກະຊົນໃຫຍ່, ມີຄວາມສາມາດບົ່ມຊ້ອນ, ການແກ້ງແຍ້ງໃນພາກພື້ນ ແລະ ສາກົນ, ສູ້ຊົນຮອດປີ 2030 ມີວິສາຫະກິດຢ່າງໜ້ອຍສຸດ 2 ລ້ານແຫ່ງດ້ວຍອັດຕາການປະກອບສ່ວນຂອງຂົງເຂດເສດຖະກິດເອກະຊົນເຂົ້າ GDP ບັນລຸແຕ່ 60 ຫາ 65%.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top