• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສະ​ເໜີ​ບັນ​ດາ​ການ​ກຳ​ນົດ​ທິດ ຮ່ວມ​ມື​ຢູ່ IPEF

IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ວັນທີ 16 ພະຈິກ, ຢູ່ນະຄອນ San Francisco, ອາເມລິກາ ໄດ້ດຳເນີນການພົບປະກັບບັນດາການນຳຂັ້ນສູງ ໃນຂອບເຂດການຮ່ວມມືເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອວັດທະນາຖາວອນ (IPEF). ເຂົ້າຮ່ວມການພົບປະມີ ການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC, ປະມູກລັດ, ຜູ້ນຳລັດຖະບານ ແລະ ຜູ້ຕາງໜ້າບາງປະເທດ ໃນນັ້ນມີ: ອາເມລິກາ, ອິນເດຍ, ບຣູໄນ, ອິນໂດເນເຊຍ, ສ.ເກົາຫຼີ, ນິວຊີແລນ, ຍີ່ປຸ່ນ, ມາເລເຊຍ, ອົດສະຕາລີ…

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ IPEF  ແມ່ນຄວາມມານະພະຍາຍາມລວມເພື່ອແນໃສ່ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃນສະພາບການໂລກປະເຊີນໜ້າກັບການປ່ຽນແປງຫຼາຍຢ່າງ, ມີໂອກາດ ກໍ່ຄືສິ່ງທ້າທາຍຫຼາຍຢ່າງ. IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top