• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ້​ວັນ​ເຖືອງ ຢ້ຽມ​ຢາມ ທະ​ຫານ ແລະ ປ​ຊ​ຊ ເມືອງ​ເກາະ ໂກ​ໂຕ

ທ່ານປະທານປະເທດ ຫວໍ້ວັນເຖືອງ ປາດຖະໜາວ່າ ທະຫານ ແລະ ປຊຊ ໃນເກາະ ຈະສາມັກຄີກັນ ແລະ ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ບົດບາດຂອງເມືອງເກາະ .
(ພາບ: TTXVN )
ເນື່ອງໃນໂອກາດການໄປປະຕິບັດງານຢູ່ແຂວງ ກວາງນິງ, ເຂົ້າຮ່ວມພິທີສະເຫຼີມສອງຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ, ຕອນເຊົ້າວັນທີ 28 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ພ້ອມດ້ວຍຄະນະປະຕິບັດງານໄດ້ຢ້ຽມຢາມ ທະຫານ ແລະ ປຊຊ ເມືອງເກາະ ໂກໂຕ (ແຂວງ ກວາງນິງ). ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ຍ້ອງຍໍຊົມເຊີຍອົງຄະນະພັກ, ກຳນາດການປົກຄອງ, ທະຫານ ແລະ ປຊຊ ໃນເກາະ ທີ່ໃນຕະຫຼອດຫຼາຍປີຜ່ານມາ ໄດ້ອຸ່ນອ່ຽນໃຈປົກປັກຮັກສາເຂດທະເລ ເກາະ, ສ້າງສາ ແລະ ພັດທະນາເມືອງເກາະໃຫ້ຮັ່ງມີດ້ານເສດຖະກິດ ແລະ ເຂັ້ມແຂງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານປະທານປະເທດ ຫວໍ້ວັນເຖືອງ ປາດຖະໜາວ່າ ທະຫານ ແລະ ປຊຊໃນເກາະ ຈະສາມັກຄີກັນ ແລະ ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ບົດບາດຂອງເມືອງເກາະ ໃນທີ່ຕັ້ງຍຸດທະສາດລວມຂອງທົ່ວປະເທດ ເພື່ອປະຕິບັດສຳເລັດບົດບາດເປັນຈຸດອ້າງອີງໃຫ້ແກ່ການປ້ອງກັນໃຫ້ເຂດດິນຕໍ່ແຜ່ນ. ທ່ານໃສ່ໃຈເປັນພິເສດວ່າ, ແຂວງ ກວາງນິງ ກໍ່ຕ້ອງຖືເປັນສຳຄັນເຖິງບັນຫາປົກປັກຮັກສາສິ່ງແວດລ້ອມໃນເກາະ ແລະ ເອົາໃຈໃສ່ຕໍ່ການກໍ່ສ້າງ, ປັບປຸງບັນດາສະຖານທີ່ຫລີກລ້ຽງພະຍຸຂອງຊາວປະມົງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top