• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ບໍ​ລິ​ຫານ CICA

ຕອນບ່າຍວັນທີ 08 ເມສາ 2022, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Kairat Sarybay, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ ກອງປະຊຸມສົມທົບກັນເຄື່ອນໄຫວ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ (CICA) ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Kairat Sarybay ຜູ້ອຳນວຍການຝ່າຍບໍລິຫານ CICA (ພາບ: BNEWS/TTXVN)

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ CICA ຄວນສືບຕໍ່ເສີມຂະຫຍາຍປະສິດທິຜົນ, ຄະຕິທຳ, ເປົ້າໝາຍ ແລະ ຫຼັກການເຄື່ອນໄຫວຂອງຕົນ. ທ່ານກໍປາດຖະໜາວ່າ CICA ຈະສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ແລະ ກົດບັດ ສປຊ.

        ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ Kairat Sarybay ຜູ້ອຳນວຍການຝ່າຍບໍລິຫານ CICA ກໍໄດ້ສົ່ງຈົດໝາຍຂອງທ່ານ Kassym – Jomart Tolayev ປະທານາທິບໍດີ ກາຊັກສະຖານ ເຊື້ອເຊີນທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ CICA ຢູ່ ກາຊັກສະຖານໃນເດືອນ ຕຸລາ 2022.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top