• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ເດັກພິ​ການ​ຢູ່​ເມືອງ ເຈືອງ​ໝີ, ຮ່າ​ໂນ້ຍ

ຕອນເຊົ້າວັນທີ 31 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກພິການ ເຊິ່ງພວມພັກອາໄສຢູ່ສູນອຸປະກະລະເດັກພິການຮ່າໂນ້ຍ ຢູ່ເມືອງ ເຈືອງໝີ.

ຕອນເຊົ້າວັນທີ 31 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກພິການ ເຊິ່ງພວມພັກອາໄສຢູ່ສູນອຸປະກະລະເດັກພິການຮ່າໂນ້ຍ ຢູ່ເມືອງ ເຈືອງໝີ. 

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ສູນອຸປະກະລະເດັກພິການຮ່າໂນ້ຍ

 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງເດັກນ້ອຍ. ທ່ານ ຊີ້ແຈ້ງວ່າ ການເບິ່ງແຍງດູແລ, ປົກປ້ອງເດັກ ກໍຕ້ອງມີການຮ່ວມແຮງຮ່ວມໃຈ, ມີຄວາມຮັບຜິດຊອບ ແລະ ມະໂນທຳຂອງທົ່ວສັງຄົມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຮັບຮູ້ເລື່ອງບັນດາຄູອາຈານ, ພະນັກງານຂອງສູນ ໄດ້ມີຄວາມຮັບຜິດຊອບ, ສຸດອົກສຸດໃຈໃນການເບິ່ງແຍງດູແລ, ລ້ຽງດູ, ປະກອບຄວາມຮູ້ ແລະ ທັກສະດຳລົງຊີວິດໃຫ້ແກ່ເດັກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວວ່າ:

        “ຂ້າພະເຈົ້າຍ້ອງຍໍຊົມເຊີຍລະບົບການສຶກສາຂອງໂຮງຮຽນພິການກວ່າ 100 ແຫ່ງໃນທົ່ວປະເທດ. ນັ້ນແມ່ນໝາກຜົນອັນໃຫຍ່ຫຼວງໃນນະໂຍບາຍເບິ່ງແຍງດູແລຄົນພິການ, ນະໂຍບາຍບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງຂອງພັກ, ລັດ ທີ່ມີຕໍ່ເດັກພິການ - ຜູ້ທີ່ມີໂຊກບໍ່ດີ ເພື່ອໃຫ້ເຂົາເຈົ້າມີບ່ອນຮ່ຳຮຽນ, ສຶກສາ, ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່, ພັດທະນາ, ສືບຕໍ່ປະກອບສ່ວນໃຫ້ແກ່ສັງຄົມ”.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ

Top