• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ນຳ ຫວຽດ​ນາມ ກາຍ​ເປັນ​ສູນ​​ໜຶ່ງ​ໃນ​ລະ​ບົບ​ມູນ​ຄ່າ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ

ຕອນເຊົ້າວັນທີ 17 ພະຈິກ, ຢູ່ບາງກອກ, ໂດຍສືບຕໍ່ການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການໂອ້ລົມສົນທະນາຂັ້ນສູງ ກັບສະຫະພັນວິສາຫະກິດ ອາເມລິກາ - APEC.

ຕອນເຊົ້າວັນທີ 17 ພະຈິກ, ຢູ່ບາງກອກ, ໂດຍສືບຕໍ່ການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການໂອ້ລົມສົນທະນາຂັ້ນສູງ ກັບສະຫະພັນວິສາຫະກິດ ອາເມລິກາ - APEC.

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລກປ່ຽນກັບບັນດາວິສາຫະກິດ   

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ວິສາຫະກິດ ອາເມລິກາ ເພີ່ມທະວີການຮ່ວມສຳພັນ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຜະລິດ, ປະກອບສ່ວນນຳ ຫວຽດນາມ ກາຍເປັນສູນໜຶ່ງໃນລະບົບມູນຄ່າຂອງພາກພື້ນ ແລະ ທົ່ວໂລກ. ທ່ານປະທານປະເທດ ເນັ້ນໜັກວ່າ ໜ້າທີ່, ມາດຕະການທີ່ລຸລ່ວງຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນຊຸກຍູ້ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ເຂົ້າຮ່ວມໂຄງປະກອບການລົງທຶນ, ການຄ້າ ແລະ ລະບົບສະໜອງທົ່ວໂລກໃຫ້ເລິກເຊິ່ງກວ່າອີກ. ຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍກຳລັງແຮງພາຍໃນ, ເປີດປະຕູພື້ນຖານເສດຖະກິດ, ຫັນໄປສູ່ການຮ່ວມມືລົງທຶນຕ່າງປະເທດ (FDI) ທີ່ມີຄຸນນະພາບ ແລະ ມີຈຸດສຸມ, ຈຸດໃຈກາງ; ໜູນຊ່ວຍວິສາຫະກິດຢູ່ພາຍໃນປະເທດຍົກສູງກຳລັງຄວາມສາມາດຜະລິດ ເພື່ອເຂົ້າຮ່ວມລະບົບສະໜອງຂອງບັນດາວິສາຫະກິດ FDI.

ຜູ້ຕາງໜ້າບັນດາວິສາຫະກິດ, ກຸ່ມບໍລິສັດເສດຖະກິດຂອງ ອາເມລິກາ ໄດ້ຕີລາຄາສູງຕໍ່ຜົນງານການເຕີບໂຕເສດຖະກິດຂອງ ຫວຽດນາມ ແລະ ໃຫ້ຮູ້ວ່າ ຈະສືບຕໍ່ເປີດກວ້າງການລົງທຶນເຂົ້າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ 100 ປີ​ດ້ວຍ ນ້ຳໃຈ​ໃສ​ແຈ້ງ, ຈິດ​ໃຈບໍ​ລິ​ສຸດ, ປາຍ​ກາ​ແຫຼມ​ຄົມ

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ 100 ປີ​ດ້ວຍ “ນ້ຳໃຈ​ໃສ​ແຈ້ງ, ຈິດ​ໃຈບໍ​ລິ​ສຸດ, ປາຍ​ກາ​ແຫຼມ​ຄົມ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງ ຄວາມມານະພະຍາຍາມຢ່າງກະໂດດຂັ້ນ ແລະ ບັນດາການປະກອບສ່ວນສຳຄັນຂອງບັນດາອົງການຄຸ້ມຄອງສື່ມວນຊົນ, ອົງການສື່ມວນຊົນ, ໜັງສືພິມ, ຜູ້ຄົນເຮັດວຽກງານການຂ່າວທົ່ວປະເທດ…

Top