• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ

ຕອນເຊົ້າວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ສະພາກາແດງ ຫວຽດນາມ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີທ່ານ ຫງວຽນວັນອານ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດ; ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດະວັນຈ໊ຽນ; ທ່ານ Jagan Chapagain, ເລຂາທິການໃຫຍ່ ສະພາກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຜູ້ຕາງໜ້າສະພາກາແດງຂອງບາງປະເທດ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສະພາກາແດງ ຫວຽດນາມ ສືບຕໍ່ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບມະນຸດສະທຳໃຫ້ເປັນຢ່າງດີ; ເອົາໃຈໃສ່ເຖິງວຽກງານສັງຄົມມະນຸດສະທຳ, ເຂົ້າຮ່ວມການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ, ປ້ອງກັນ, ຕ້ານໂລກລະບາດ, ປຸກລະດົມການບໍລິຈາກເລືອດ, ບໍລິຈາກແພຈຸລັງດ້ວຍຄວາມສະໝັກໃຈ ແລະ ດູແລສຸຂະພາບໃຫ້ປະຊາຊົນ. ທ່ານປະທານປະເທດ ກໍສະໜັບສະໜູນ ແລະ ຕີລາຄາສູງຕໍ່ເລື່ອງ ສະມາຄົມກຳນົດລາຍການ “ຮັບປະກັນຄວາມປອດໄພໃຫ້ແກ່ຊາວປະມົງຜູ້ທຸກຍາກ ແລະ ປະສົບກັບຄວາມຫຍຸ້ງຍາກ”, ລາຍການ “ທາດບຳລຸງໃຫ້ແກ່ເດັກທຸກຍາກ ແລະ ເດັກພິການ” ພ້ອມດ້ວຍບັນດາໂຄງການກ່ຽວກັບສິ່ງແວດລ້ອມ ເຊິ່ງແມ່ນບັນດາໂຄງການຈຸດສຸມຂອງອາຍຸການທີ XI. ທ່ານປະທານປະເທດ ຫງວຽນຊວັນຟຸກ ຍັງສະເໜີໃຫ້ສະພາກາແດງ ຕ້ອງປັບປຸງ ແລະ ສ້າງອົງການທີ່ມີອິດທິພົນຊື່ສຽງໝັ້ນຄົງເຂັ້ມແຂງ, ຍົກລະດັບຜົນສະທ້ອນ ແລະ ກຳລັງດຶງດູດຂອງວຽກງານມະນຸດສະທຳ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top