• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ພົບ​ປະ​ກັບ​ຄ​ະ​ນະ​ຜູ້​ແທນຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ຕວຽນ​ກວາງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ຖືວຽກງານຊົນເຜົ່າແມ່ນໜ້າທີ່ຍຸດທະສາດ ໃນພາລະກິດ ປະຕິວັດ, ຍາມໃດກໍ່ເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການປະຕິບັດວຽກງານຊົນເຜົ່າ ແລະ ບັນດານະໂຍບາຍ, ໂຄງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ໃຫ້ເປັນຢ່າງດີ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ຖືວຽກງານຊົນເຜົ່າແມ່ນໜ້າທີ່ຍຸດທະສາດ ໃນພາລະກິດ ປະຕິວັດ, ຍາມໃດກໍ່ເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການປະຕິບັດວຽກງານຊົນເຜົ່າ ແລະ ບັນດານະໂຍບາຍ, ໂຄງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ໃຫ້ເປັນຢ່າງດີ.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ທຳນຽບປະທານປະເທດ, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນຜູ້ມີອິດມິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແຂວງ ຕວຽນກວາງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ຖືວຽກງານຊົນເຜົ່າແມ່ນໜ້າທີ່ຍຸດທະສາດ ໃນພາລະກິດ ປະຕິວັດ, ຍາມໃດກໍ່ເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການປະຕິບັດວຽກງານຊົນເຜົ່າ ແລະ ບັນດານະໂຍບາຍ, ໂຄງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ໃຫ້ເປັນຢ່າງດີ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ແນໃສ່ປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ຮັດແຄບໄລຍະຫ່າງໃນການພັດທະນາລະຫວ່າງເຂດພູສູງ ແລະ ເຂດທົ່ງພຽງ, ນຳມາເຊິ່ງການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ ໃຫ້ແກ່ປະຊາຊົນບັນດາເຜົ່າ.

ທ່ານປະທານປະເທດ ເຊື່ອໝັ້ນ ແລະ ມີຄວາມຫວັງວ່າ ຜູ້ມີອິດທິພົນຊື່ສຽງທີ່ປັບຕົວແທດໃຫ້ພໍ່ແມ່ປະຊາຊົນສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ແລະ ວົງຄະນະຍາດ, ແມ່ນປັດໄຈຕັ້ງໜ້າໃນຂະບວນການຂອງ ທ້ອງຖິ່ນ, ຂົນຂວາຍ, ແນະນຳໃຫ້ພໍ່ ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ບັນດາໝູ່ບ້ານຂອງຕົນ ພ້ອມກັນມານະພະຍາຍາມພັດທະນາເສດຖະກິດ, ສັງຄົມ, ເຂົ້າຮ່ວມການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກຽມພ້ອມປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top