• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຫວໍ​ວັນ​ເຖືອງ ກວດ​ກາ​ວຽກ​ງານ​ກຽມ​ພ້ອມ​ສູ້​ຮົບ ຢູ່​ ທະ​ຫານ​ເຂດ 2

ຕອນເຊົ້າວັນທີ 13 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄປຢ້ຽມຢາມ, ກວດກາວຽກງານກະກຽມຄວາມພ້ອມສູ້ຮົບ ແລະ ເຮັດວຽກກັບທະຫານເຂດ 2 ກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ ທະຫານເຂດ 2 ຕ້ອງກຳແໜ້ນສະພາບການຜັນແປທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນ; ເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດຢ່າງເປັນເຈົ້າການ ແລະ ທັນການ ເພື່ອມີນະໂຍບາຍຮັບມືໃຫ້ແທດເໝາະ, ປົກປັກຮັກສາເຂດຊາຍແດນແຫ່ງຊາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ.

ທ່ານປະທານປະເທດ ຫວໍວັນເຖືອງ ກໍຊີ້ນຳວ່າຕ້ອງສ້າງກຳລັງປະກອບອາວຸດທະຫານເຂດ 2 ໝັ້ນຄົງເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ, ຖືການສ້າງມະນຸດເປັນຂອດຕັດສິນ; ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານສຶກສາດ້ານການເມືອງ, ແນວຄິດ; ຕໍ່ສູ້ກັບບັນດາທັດສະນະທີ່ຜິດເຂວ, ປະຕິການຂອງບັນດາກຳລັງປໍລະປັກຢ່າງມີປະສິດທິຜົນ. ທ່ານຮຽກຮ້ອງໃຫ້ທະຫານເຂດ 2 ລະດົມບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອສ້າງກຳລັງຄວາມສາມາດບົ່ມຊ້ອນໃຫ້ຂົງເຂດປ້ອງກັນຊາດ, ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນຕິດພັນກັບການປ້ອງກັນຄວາມສະຫງົບ ແລະ ການປ້ອງກັນຕົວຢ່າງໝັ້ນຄົງ. ພ້ອມດຽວກັນນັ້ນ, ທະຫານເຂດ 2 ກໍຕ້ອງເຊື່ອມຊຶມທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ ແລະ ວຽກງານການຕ່າງປະເທດປ້ອງກັນຊາດ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາກັບບັນດາປະເທດບ້ານໃກ້ເຮືອນຄຽງ.  

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top