• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານປະ​ເທດ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ອະ​ດີດປະ​ທານ​ປະ​ເທດ ໂຕນ​ດຶກ​ທັ້ງ

ທ່ານອະດີດປະທານປະເທດ ໂຕນດຶກທັ້ງ ເກີດວັນທີ 20 ສິງຫາ ປີ 1888, ຢູ່ ບ້ານອານຮ່ວາ, ປັດຈຸບັນແມ່ນຕາແສງ ໝີຮ່ວາຮຶງ, ນະຄອນ ລອງຊວຽນ, ແຂວງ ອານຢາງ ໃນຄອບຄົວທີ່ມີມູນເຊື້ອຮັກຊາດ.
ທ່ານປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດທ່ານອະດີດປະທານປະເທດ ໂຕນດຶກທັ້ງ (ພາບ: qdnd.vn)

ຕອນຄ່ຳວັນທີ 19 ສິງຫາ, ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດທ່ານປະທານປະເທດ ໂຕນດຶກທັ້ງ (20/8/1888 - 20/8/2023). ເຂົ້າຮ່ວມພິທີ ມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ບັນດານັກປະຕິວັດອາວຸໂສ, ບັນດາແມ່ຫວຽດນາມ ວິລະຊົນ ແລະ ປະຊາຊົນອານຢາງເປັນຈຳນວນຫຼວງຫຼາຍ.

ທ່ານອະດີດປະທານປະເທດ ໂຕນດຶກທັ້ງ ເກີດວັນທີ 20 ສິງຫາ ປີ 1888, ຢູ່ ບ້ານອານຮ່ວາ, ປັດຈຸບັນແມ່ນຕາແສງ ໝີຮ່ວາຮຶງ, ນະຄອນ ລອງຊວຽນ, ແຂວງ ອານຢາງ ໃນຄອບຄົວທີ່ມີມູນເຊື້ອຮັກຊາດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາພັກແຂວງ ແຂວງ ອານຢາງ ເລຮົ່ງກວາງ ໄດ້ຢັ້ງຢືນວ່າ ດ້ວຍການເຂົ້າຮ່ວມການປະຕິວັດ ໃນໄລຍະເກືອບ 70 ປີຢ່າງຕໍ່ເນື່ອງ, ທ່ານປະທານປະເທດ ໂຕນດຶກທັ້ງ ແມ່ນແບບຢ່າງທີ່ດີເດັ່ນກ່ຽວກັບນ້ຳໃຈຮັກຊາດ, ຍາມໃດກໍ່ສຸດຈິດສຸດໃຈກັບພາລະກິດປະຕິວັດ, ຄ່ຽມຄົມລຽບງ່າຍ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ.

ໂດຍປະຕິບັດຕາມແບບຢ່າງປະທານໂຕນດຶກທັ້ງ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ອານຢາງ ຈະສາມັກຄີກັນ, ເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ຄວາມປະດິດຄິດສ້າງ, ຍາດແຍ່ງກາລະໂອກາດ, ສ້າງແຂວງໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ - ສີວິໄລ.

 

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top