• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ໄທ ຄົ​ນ​ໃໝ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ

ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.
(ພາບ: REUTERS/Chalinee Thirasupa)

ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຜູ້ທີ 32 ຂອງ ໄທ, ວັນທີ 5 ກັນຍາ, ທ່ານ Anutin Charnvirakul ສະແດງຄວາມຕັດສິນໃຈຈະນຳໃຊ້ເວລາໃນການດຳລົງຕຳແໜ່ງຢ່າງສຸດຂີດ ເພື່ອແກ້ໄຂທຸກບັນຫາຮີບດ່ວນຂອງປະເທດຊາດໂດຍໄວ. ທ່ານກໍ່ໄດ້ຂອບອົກຂອບໃຈພັກ ປຊຊ (PP)  ທີ່ໄດ້ສະໜັບສະໜູນທ່ານໃນການຮັບປະກັນທີ່ຕັ້ງຂອງຕົນ.

ຄອບຄຳຖາມຂອງນັກຂ່າວຕ່າງປະເທດ, ທ່ານ Anutin ໃຫ້ຮູ້ວ່າ: ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.

ທ່ານ Anutin ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນສະພາບການທີ່ເສດຖະກິດໄທ ຍັງຊັກຊ້າດ້ວຍລະດັບການເຕີຍໂຕຕ່ຳ, ຄ່າຄອງຊີບສູງ ແລະ ຄວາມເຄັ່ງຕຶງຍ້ອນນະໂຍບາຍພາສີອາກອນຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນຕ່າງປະເທດ, ໄທ ຍັງມີການປະທະກັນຢູ່ເຂດຊາຍແດນຕິດກັບ ກຳປູເຈຍ, ເຖິງວ່າສອງຝ່າຍກໍ່ໄດ້ບັນລຸ ຄຳສັ່ງຢຸດຍິງແລ້ວ.

(ແຫຼ່ງຄັດຈາກ VOV)

ຝົນແດງ ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

Top