ຄາດວ່າ, ຮອບຊິງຊະນະເລີດຈະຈັດຂຶ້ນໃນວັນທີ 15 ພະຈິກ 2025, ຢູ່ເຂດທ່ອງທ່ຽວ ມົກເຈົາ Island, ຕາແສງ ມົກເຈົາ, ແຂວງ ເຊີນລາ
ບັນດາຜູ້ແທນເຂົ້າຮ່ວມຖະແຫຼງຂ່າວ (ພາບ: ຄະນະຈັດງານປະກວດ)
ວັນທີ 07 ກັນຍາ, ຢູ່ເຂດທ່ອງທ່ຽວ ມົກເຈົາ Island, ຕາແສງ ມົກເຈົາ, ແຂວງ ເຊີນລາ, ຄະນະຈັດງານປະກວດ “ນາງງາມທ່ອງທ່ຽວຊົນເຜົ່າ ຫວຽດນາມ 2025” ໄດ້ຈັດການປະຊຸມຖະແຫຼງຂ່າວເລີ່ມເຄື່ອນໄຫວງານປະກວດ. ຕາມນັ້ນແລ້ວ, ຜູ້ເຂົ້າຮ່ວມການປະກວດແມ່ນຢູ່ໃນເກັນອາຍຸແຕ່ 18 ຫາ 27 ປີ, ຖືກສັນຊາດ ຫວຽດນາມ ຢູ່ທົ່ວທຸກແຫ່ງໃນທົ່ວປະເທດ ແລະ ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ຕ່າງປະເທດ ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າຮ່ວມງານປະກວດ. ຄະນະຈັດຕັ້ງຈະຮັບເອກະສານຈົດທະບຽນເຂົ້າຮ່ວມງານປະກວດນັບແຕ່ເດືອນ ກໍລະກົດ ຫາວັນທີ 15 ກັນຍາ 2025. ໄລ່ຮອດ ເວລາ 15 ໂມງຂອງວັນທີ 15 ກັນຍາ, ມີຜູ້ຈົດທະບຽນເຂົ້າຮ່ວມງານປະກວດ 70 ຄົນ.
ຄາດວ່າ, ຮອບຊິງຊະນະເລີດຈະຈັດຂຶ້ນໃນວັນທີ 15 ພະຈິກ 2025, ຢູ່ເຂດທ່ອງທ່ຽວ ມົກເຈົາ Island, ຕາແສງ ມົກເຈົາ, ແຂວງ ເຊີນລາ.
(ແຫຼ່ງຄັດຈາກ VOV)