ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.
(ພາບ: REUTERS/Chalinee Thirasupa)
ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຜູ້ທີ 32 ຂອງ ໄທ, ວັນທີ 5 ກັນຍາ, ທ່ານ Anutin Charnvirakul ສະແດງຄວາມຕັດສິນໃຈຈະນຳໃຊ້ເວລາໃນການດຳລົງຕຳແໜ່ງຢ່າງສຸດຂີດ ເພື່ອແກ້ໄຂທຸກບັນຫາຮີບດ່ວນຂອງປະເທດຊາດໂດຍໄວ. ທ່ານກໍ່ໄດ້ຂອບອົກຂອບໃຈພັກ ປຊຊ (PP) ທີ່ໄດ້ສະໜັບສະໜູນທ່ານໃນການຮັບປະກັນທີ່ຕັ້ງຂອງຕົນ.
ຄອບຄຳຖາມຂອງນັກຂ່າວຕ່າງປະເທດ, ທ່ານ Anutin ໃຫ້ຮູ້ວ່າ: ລັດຖະບານໃໝ່ຈະເຄືື່ອນໄຫວຢ່າງຖືກຕ້ອງ ແລະ ຈະສະເໜີຕົວລັດຖະບານໃຫ່ມໂດຍໄວ.
ທ່ານ Anutin ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີ ໃນສະພາບການທີ່ເສດຖະກິດໄທ ຍັງຊັກຊ້າດ້ວຍລະດັບການເຕີຍໂຕຕ່ຳ, ຄ່າຄອງຊີບສູງ ແລະ ຄວາມເຄັ່ງຕຶງຍ້ອນນະໂຍບາຍພາສີອາກອນຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນຕ່າງປະເທດ, ໄທ ຍັງມີການປະທະກັນຢູ່ເຂດຊາຍແດນຕິດກັບ ກຳປູເຈຍ, ເຖິງວ່າສອງຝ່າຍກໍ່ໄດ້ບັນລຸ ຄຳສັ່ງຢຸດຍິງແລ້ວ.