• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄປທົ່ວປະເທດ ກ່ຽວກັບການສົ່ງເສີມການຊຸກຍູ້ການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2023 ແລະ ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໄຂກອງປະຊຸມ  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ລັດຖະບານ ໄດ້ກຳນົດ, ການລົງທຶນພາກລັດ  ແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນ ຂອງການພັດທະນາ. ໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023 ເນັ້ນໜັກເຖິງການຍູ້ ແຮງການປ່ອຍເງິນລົງທຶນພາກລັດ, ປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ… ທ່ານນາຍົກລັດຖະມົນຕີ ຖືວ່າບັນດາໜ້າທີ່ນີ້ມີບົດບາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂຂໍ້ຕິດຂັດ, ສ້າງພື້ນຖານໂຄງຮ່າງໂຄງລ່າງເສດຖະກິດ - ສັງຄົມ, ນຳພາການລົງທຶນ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມທະວີລັກສະນະເຊື່ອມຕໍ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີກຳລັງພາຍໃນຂອງປະເທດ, ສ້າງກຳລັງໜູນໃຫ້ແກ່ການພື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຢູ່ກອງປະຊຸມໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປຶກສາຫາລື, ໄຈ້ແຍກໝາກຜົນ, ຂໍ້ຈຳກັດ, ບົດຮຽນປະສົບການ, ເປັນຕົ້ນແມ່ນຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ ຕ້ອງແກ້ໄຂ, ແບ່ງປັນບັນດາຮູບແບບ, ວິທີການທີ່ດີ, ມີຫົວຄິດປະດິດສ້າງ, ມາດຕະການໃນວິວັດການຈັດຕັ້ງປະຕິບັດ, ສະເໜີວິທີການແກ້ໄຂ ແລະ ໜ້າທີ່ລະອຽດເພື່ອຈັດຕັ້ງປະຕິບັດການປ່ອຍເງິນລົງທຶນພາກລັດໃຫ້ແທດຈິງ, ມີປະສິດທິຜົນ, ມີໄຫວພິບ, ເໝາະສົມກັບສະພາບການຕົວຈິງ.

 

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ

ການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ແລະ ພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ; ພ້ອມທັງເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ແຕ່ວັນທີ 01 – 02 ທັນວາ 2025. ເນື່ອງໃນໂອກາດນີ້, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີຄວາມເປັນກຽດສໍາພາດທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ກ່ຽວກັບຄວາມໝາຍ ກໍຄືບັນດາການເຄື່ອນໄຫວທີ່ຈະດໍາເນີນໃນຂອບເຂດການຢ້ຽມຢາມຄັ້ງນີ້.

Top