ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄປທົ່ວປະເທດ ກ່ຽວກັບການສົ່ງເສີມການຊຸກຍູ້ການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2023 ແລະ ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໄຂກອງປະຊຸມ  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ລັດຖະບານ ໄດ້ກຳນົດ, ການລົງທຶນພາກລັດ  ແມ່ນແຫຼ່ງກຳລັງ, ທັງແມ່ນກຳລັງໜູນ ຂອງການພັດທະນາ. ໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023 ເນັ້ນໜັກເຖິງການຍູ້ ແຮງການປ່ອຍເງິນລົງທຶນພາກລັດ, ປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ… ທ່ານນາຍົກລັດຖະມົນຕີ ຖືວ່າບັນດາໜ້າທີ່ນີ້ມີບົດບາດສຳຄັນພິເສດກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂຂໍ້ຕິດຂັດ, ສ້າງພື້ນຖານໂຄງຮ່າງໂຄງລ່າງເສດຖະກິດ - ສັງຄົມ, ນຳພາການລົງທຶນ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມທະວີລັກສະນະເຊື່ອມຕໍ່, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີກຳລັງພາຍໃນຂອງປະເທດ, ສ້າງກຳລັງໜູນໃຫ້ແກ່ການພື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຢູ່ກອງປະຊຸມໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປຶກສາຫາລື, ໄຈ້ແຍກໝາກຜົນ, ຂໍ້ຈຳກັດ, ບົດຮຽນປະສົບການ, ເປັນຕົ້ນແມ່ນຍົກອອກບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ ຕ້ອງແກ້ໄຂ, ແບ່ງປັນບັນດາຮູບແບບ, ວິທີການທີ່ດີ, ມີຫົວຄິດປະດິດສ້າງ, ມາດຕະການໃນວິວັດການຈັດຕັ້ງປະຕິບັດ, ສະເໜີວິທີການແກ້ໄຂ ແລະ ໜ້າທີ່ລະອຽດເພື່ອຈັດຕັ້ງປະຕິບັດການປ່ອຍເງິນລົງທຶນພາກລັດໃຫ້ແທດຈິງ, ມີປະສິດທິຜົນ, ມີໄຫວພິບ, ເໝາະສົມກັບສະພາບການຕົວຈິງ.

 


top