• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອ​ງ​ປະ​ຊຸມ​ທາງ​ໄກ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​,ຕ້ານ​ໂລກ​ລະ​ບາດ

ແຕ່ລະຕາແສງ, ແຕ່ລະເທດສະບານເມືອງ ແມ່ນ “ປ້ອມໝັ້ນ” ແຫ່ງໜຶ່ງ, ປະຊາຊົນແຕ່ລະຄົນ ລ້ວນແຕ່ແມ່ນນັກຮົບ ແລະ ຖືວ່າປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງວຽກງານປ້ອງກັນ, ຕ້ານໂລກລະບາດ, ການເອົາຊະນະຕໍ່ໂລກລະບາດ ແມ່ນໄຊຊະນະຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ

ຕອນບ່າຍວັນທີ 5 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆໃນທົ່ວປະເທດ. ກອງປະຊຸມໄດ້ຮັບການເຊື່ອມຕໍ່ກັບ 63 ແຂວງ, ນະຄອນ, 705 ເມືອງ, ເທດສະບານເມືອງ, ກວ່າ 9.000 ຕາແສງ ໃນທົ່ວປະເທດ ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຜັນຂະຫຍາຍບັນດາມາດຕະການຈຸດສຸມໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ.

        ກອງປະຊຸມຖືກຈັດຂຶ້ນເພື່ອແນໃສ່ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດເວົ້າລວມ ແຕ່ສຸມໃສ່ຂັ້ນຕາແສງ, ເທດສະບານເມືອງ ເພາະວ່າ ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຫັນທິດການປ້ອງກັນ, ຕ້ານໂລກລະບາດຕາມທິດນຳທີ່ວ່າ  ແຕ່ລະຕາແສງ, ແຕ່ລະເທດສະບານເມືອງ ແມ່ນ “ປ້ອມໝັ້ນ” ແຫ່ງໜຶ່ງ, ປະຊາຊົນແຕ່ລະຄົນ ລ້ວນແຕ່ແມ່ນນັກຮົບ ແລະ ຖືປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງວຽກງານປ້ອງກັນ, ຕ້ານໂລກລະບາດ, ການເອົາຊະນະຕໍ່ໂລກລະບາດ ແມ່ນໄຊຊະນະຂອງປະຊາຊົນ. ທິດນຳດັ່ງກ່າວແມ່ນສອດຄ່ອງກັບລະບົບການເມືອງຂອງ ຫວຽດນາມ, ເພາະວ່າ ປະຊາຊົນດຳລົງຊີວິດຢູ່ຕາແສງ, ເທດສະບານເມືອງ; ຕາແສງ, ເທດສະບານເມືອງ ແມ່ນບ່ອນທີ່ໃກ້ຊິດຕິດແທດກັບປະຊາຊົນທີ່ສຸດ, ເຂົ້າໃຈປະຊາຊົນທີ່ສຸດ. 

 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top