• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ກອງ​ທຶນ​ເງິນ​ຕາ​ສາ​ກົນ

ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ສຳ​ລັບ ຫວຽດ​ນາມ IMF ແມ່ນ​ຄູ່​ຮ່ວມ​ມື​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ, ແມ່ນ​ຄູ່​ຮ່ວມ​ເດີ​ນ​ທາງ​ທີ່​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ວິ​ວ​ັດ​ທະ​ນາ​ການ​ພັດ​ທະ​ນາ ເສດ​ຖະ​ກິດ​ສັງ​ຄົມ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ Fazurin Jamaludin ຫົວ​ໜ້າ​ອົງ​ການ IMF ປະ​ຈຳ ຫວຽດ​ນາມ ແລະ ລາວ​​ຜູ້ສືບ​ທອດ (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Jochen Schmittmann ຫົວ​ໜ້າ​ຫ້ອງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ປະ​ຈຳ​ກຳ​ປູ​ເຈຍ, ລາວ, ຫວຽດ​ນາມຄົນ​ໃນ​ປັດ​ຈຸ​ບັນ ແລະ ທ່ານ Fazurin Jamaludin ຫົວ​ໜ້າ​ອົງ​ການ IMF ປະ​ຈຳ ຫວຽດ​ນາມ ແລະ ລາວ​ຜູ້ສືບ​ທອດ ນັບ​ແຕ່​ວັນ​ທີ 23 ສິງ​ຫາ 2026, ຕອນ​ບ່າຍ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ສຳ​ລັບ ຫວຽດ​ນາມ IMF ແມ່ນ​ຄູ່​ຮ່ວມ​ມື​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ, ແມ່ນ​ຄູ່​ຮ່ວມ​ເດີ​ນ​ທາງ​ທີ່​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ວິ​ວ​ັດ​ທະ​ນາ​ການ​ພັດ​ທະ​ນາ ເສດ​ຖະ​ກິດ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ໃນ​ອາ​ຍຸ​ການ​ໃໝ່​ຂອງ​ທ່ານ Jamaludin ຫ້ອງ​ການ IMF ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ, ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃຫ້ຫຼາຍ​ກ່​ວາ​ອີກ, ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ເປັນ​ປະ​ຈຳ, ມີ​ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ທີ່​ແທ້​ຈິງ, ປະ​ກອບ​ສ່ວນ​ໃຫ້​ແກ່​ເປົ້າ​ໝາຍ​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ​ຂອງ ຫວຽດ​ນາມ.

ສ່ວນ​ທ່ານ Jochen Schmittmann ຖື​ວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ມີ​ອັດ​ຕາ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ, ຫວຽດ​ນາມ ໄດ້​ຄຸມ​ຄອງ​ບໍ​ລິ​ຫານ, ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ຈາກ​ພາຍນອກ​ເປັນ​ຢ່າງ​ດີ ແລະ ມີ​ການ​ປະ​ຕິ​ຮູບຫຼາຍ​ຢ່າງ​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ເຕີບ​ໂຕ, ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top