ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າ ສຳລັບ ຫວຽດນາມ IMF ແມ່ນຄູ່ຮ່ວມມືໃຫ້ຄຳປຶກສາດ້ານນະໂຍບາຍຍຸດທະສາດ, ແມ່ນຄູ່ຮ່ວມເດີນທາງທີ່ເປັນໜ້າໄວ້ເນື້ອເຊື່ອໃຈໃນວິວັດທະນາການພັດທະນາ ເສດຖະກິດສັງຄົມ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານ Fazurin Jamaludin ຫົວໜ້າອົງການ IMF ປະຈຳ ຫວຽດນາມ ແລະ ລາວຜູ້ສືບທອດ (ພາບ: VNA)
ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Jochen Schmittmann ຫົວໜ້າຫ້ອງການກອງທຶນເງິນຕາສາກົນ ປະຈຳກຳປູເຈຍ, ລາວ, ຫວຽດນາມຄົນໃນປັດຈຸບັນ ແລະ ທ່ານ Fazurin Jamaludin ຫົວໜ້າອົງການ IMF ປະຈຳ ຫວຽດນາມ ແລະ ລາວຜູ້ສືບທອດ ນັບແຕ່ວັນທີ 23 ສິງຫາ 2026, ຕອນບ່າຍວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າ ສຳລັບ ຫວຽດນາມ IMF ແມ່ນຄູ່ຮ່ວມມືໃຫ້ຄຳປຶກສາດ້ານນະໂຍບາຍຍຸດທະສາດ, ແມ່ນຄູ່ຮ່ວມເດີນທາງທີ່ເປັນໜ້າໄວ້ເນື້ອເຊື່ອໃຈໃນວິວັດທະນາການພັດທະນາ ເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ປາດຖະໜາໃນອາຍຸການໃໝ່ຂອງທ່ານ Jamaludin ຫ້ອງການ IMF ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນ, ຕັ້ງໜ້າ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນໃຫ້ຫຼາຍກ່ວາອີກ, ຮັກສາການໂອ້ລົມສົນທະນານະໂຍບາຍເປັນປະຈຳ, ມີບັນດາເນື້ອໃນປຶກສາຫາລືທີ່ແທ້ຈິງ, ປະກອບສ່ວນໃຫ້ແກ່ເປົ້າໝາຍການເຕີບໂຕໂດຍໄວ ແລະ ຍືນຍົງຂອງ ຫວຽດນາມ.
ສ່ວນທ່ານ Jochen Schmittmann ຖືວ່າພື້ນຖານເສດຖະກິດຫວຽດນາມ ມີອັດຕາຄວາມໄວໃນການເຕີບໂຕທີ່ເປັນໜ້າປະທັບໃຈ, ຫວຽດນາມ ໄດ້ຄຸມຄອງບໍລິຫານ, ຮັບມືກັບບັນດາບັນຫາຈາກພາຍນອກເປັນຢ່າງດີ ແລະ ມີການປະຕິຮູບຫຼາຍຢ່າງໃນບັນດາຂົງເຂດສຳຄັນທີ່ສຸດສຳລັບການເຕີບໂຕ, ພັດທະນາໃນໄລຍະຍາວ.