• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຫງວຽນ​ຊວ​ັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ກຸ່ມ​ບໍ​ລິ​ສັດ Samsung ຫ​ວຽດ​ນາມ

ຕອນບ່າຍວັນທີ 11 ສິງຫາ, ຢູ່ສຳນັກງານລັັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ການຕ້ອນຮັບຜູ້ອຳນວຍການກຸ່ມບໍລິສັດ Samsung ຫວຽດນາມ (ພາບ: VGP) 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ຮັບຟັງ, ປະກອບຄຳຄິດເຫັນຕໍ່ບາງຂໍ້ສະເໜີຢ່າງລະອຽດ ຂອງSamsung ຫວຽດນາມ, ທ່ານກໍ່ສະແດງຄວາມປາດຖະໜາຢກາ Samsung ສືບຕໍ່ຖືຫວຽດນາມແມ່ນສະຖານທີ່ຜະລິດຍຸດທະສາດຂອງກຸ່ມບໍລິສັດໃນທົ່ວໂລກ, ພິເສດແມ່ນໃນສະພາບການສັນຍາ CPTPP ແລະ EVFTA ມີຜົນສັກສິດແລ້ວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງທຸກໆເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນສ.ເກົາຫຼີ

ເມື່ອປະກາດກ່ຽວກັບສະພາບການຜະລິດດຳເນີນທຸລະກິດຂອງ Samsung ຫວຽດນາມ ກໍ່ຄືແງ່ຫວັງພັດທະນາໃນໄລຍະຈະມາເຖິງ, ທ່ານ Choi Joo Ho ໄດ້ສະແດງຄວາມປາດຖະໜາກຢາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ກຸ່ມບໍລິສັດ Samsung ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດຫວຽດນາມໃຫ້ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ໄທ​ງວຽນ: ຄ່ຳ​ຄືນ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງວັດ​ທະ​ນະ​ທຳ ຊາ ຫວຽດ​ນາມ ແລະ ໂລກ

ໄທ​ງວຽນ: ຄ່ຳ​ຄືນ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງວັດ​ທະ​ນະ​ທຳ ຊາ ຫວຽດ​ນາມ ແລະ ໂລກ

ຜ່ານ Festival ຊາ​ສາ​ກົນ - ໄທ​ງວຽນ 2026, ແຂວງ ໄທ​ງວຽນ​ຢາກ​ສືບ​ຕໍ່​ໂຄ​ສະ​ນາ​ເຄື່ອງ​ໝາຍກ​ານ​ຄ້າ ຂອງ​ຊາຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ, ມະ​ນຸດ ແລະ ສີ​ສັນ​ທ້ອງ​ຖິ່ນ, ປະ​ກອບ​ສ່ວນ​ເປີດກວ້າງ​ໂອ​ກາດການ​ຮ່ວມ​ມື ແລະ ນຳ​ເຄື່ອງ​ໝາຍ​ການ​ຄ້າ​ຊາ ໄທ​ງວຽນ​ບືນ​ຕົວ​ອອກ​ໄປ​ໄກ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

Top