• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເປີດສະຫຼອງ​ໂຄງ​ການ​ສາຍສົ່ງ​ໄຟ​ຟ້າ 500 kV ຕາ​ຂ່າຍ 3 ກ໋​ວາງ​ແ​ຈັກ - ໂຟ​ໂນ້ຍ

ການປະຕິບັດສຳເລັດສາຍສົ່ງໄຟຟ້າ 500 kV ເໜືອ - ໃຕ້, ມີຄວາມໝາຍສຳຄັນໃນການປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຮັບໃຊ້ການພັດທະນາເສດຖະກິດສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນເຊົ້າວັນທີ 29 ສິງຫາ, ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ບໍລິສັດໃຫຍ່ກະຈາຍສົ່ງໄຟຟ້າ ແຫ່ງຊາດ (EVNNPT) ຈັດພິທີເປີດສະຫຼອງໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ກ໋ວາງແຈກ (ກ໋ວາງບິ່ງ) ຮອດ ໂຟໂນ້ຍ (ຮຶງອຽນ). ພິທີເປີດສະຫຼອງໄດ້ຈັດຂຶ້ນຕາມຮູບແບບທາງໄກ ແລະ ເຊິ່ງໜ້າ ດ້ວຍການເຊື່ອມຕໍ່ສະຖານທີ່ຖ່າຍທອດສົດຢູ່ ໝໍ້ແປງໄຟຟ້າ 500 kV ໂຟໂນ້ຍ (ຮຶງອຽນ) ກັບສະຖານທີ່ເຊື່ອມຕໍ່ທາງໄກກັບ 8 ແຫ່ງເຊິ່ງຂຶ້ນກັບ 8 ແຂວງທີ່ມີໂຄງການໄປຜ່ານ. ເຂົ້າຮ່ວມພິທີເປີດສະຫຼອງຢູ່ ຮຶງອຽນມີ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ຢູ່ສະຖານທີ່ເຊື່ອມຕໍ່ແຂວງທ້າຍບິ່ງມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ຢູ່ສະຖານທີ່ເຊື່ອມຕໍ່ແຂວງແທັງຮ່ວາ ມີທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ແລະ ສະຖານທີ່ເຊື່ອມຕໍ່ແຂວງຮ່າຕິງ ມີທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນການກໍ່ສ້າງສຳເລັດໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ແມ່ນຂີດໝາຍໃນການຜັນຂະຫຍາຍບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດໃນໄລຍະຈະມາເຖິງ:

"ໂຄງການ 500 kV ຕາຂ່າຍ 3 ກ໋ວາງແຈກ - ໂຟໂນ້ຍ ໄດ້ນຳເຂົ້າເຄື່ອນໄຫວຈະມີຄວາມໝາຍສຳຄັນພິເສດໃນຫຼາຍແງ່ມູນກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ. ນີ້ແມ່ນປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ແກ້ໄຂສະພາບການຂາດເຂີນໄຟຟ້າຢູ່ເຂດພາກເໜືອ, ເພີ່ມເຕີມໄຟຟ້າປະມານ 30 ຕື້ KWh ຕໍ່ປີ. ໂຄງການມີຄວາມໝາຍຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງແຮງກຸ່ມກ້ອນມະຫາສາມັກຄີ, ການຮ່ວມແຮງຮ່ວມໃຈ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ຄວາມເປັນເຈົ້າການ, ຕັ້ງໜ້າ, ປະດິດຄິດສ້າງ, ຂ້ຽວຂາດ, ເຮັດວຽກຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງນັກວິສະວະກອນ, ກຳມະກອນ, ຜູ້ອາສາສະໝັກນັບພັນຄົນໃນເງື່ອນໄຂພູມີສາດທີ່ເປັນຫຼາຍຮູບຫຼາຍແບບ, ສັບສົນ, ອາກາດທີ່ປ່ຽນແປງຮ້າຍແຮງ."

ການປະຕິບັດສຳເລັດສາຍສົ່ງໄຟຟ້າ 500 kV ເໜືອ - ໃຕ້, ມີຄວາມໝາຍສຳຄັນໃນການປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຮັບໃຊ້ການພັດທະນາເສດຖະກິດສັງຄົມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top