• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ລົງ​ທຶນ​ກໍ່​ສ້າງ​ໂຄງ​ການ ສາຍ​ສົ່ງໄຟ​ຟ້າ 500 kV ​ຕາ​ຂ່າຍ 3

ຕອນເຊົ້າວັນທີ 8 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການລົງທຶນກໍ່ສ້າງໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ແຕ່ ກ໋ວາງແຈກ (ກ໋ວາງບິ່ງ) ຮອດ ໂຟໂນ້ຍ (ຮຶງອຽນ).
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານລົງທຶນກໍ່ສ້າງໂຄງການ ສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໂຄງການນີ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງຂະແໜງໄຟຟ້າພາຍໃນປະເທດ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າໃນໄລຍະຈະມາເຖິງ, ປະເທດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ຂະແໜງໄຟຟ້າຕ້ອງມີບາດກ້າວບຸກທະລຸ, ມີກິດຕະກຳສະຕະວັດ, ປ່ຽນແປງສະພາບການ ແລະ ບໍ່ປະໃຫ້ເກີດສະພາບການຂາດເຂີນໄຟຟ້າ. ເພື່ອເຮັດໄດ້ສິ່ງນັ້ນ, ຂະແໜງໄຟຟ້າຕ້ອງເສີມຂະຫຍາຍຄຸນນະທາດ, ມີໄຫວພິບ, ຫົວຄິດປະດິດສ້າງ, ປ່ຽນແປງໃໝ່, ໝູນໃຊ້ວິທະຍາສາດເຕັກໂນໂລຢີ, ປັນຍາປະດິດ, Cloud Computing ເພື່ອໃຫ້ຂະແໜງໄຟຟ້າພັດທະນາຖືກກັບລະດັບ, ທ່າອ່ຽງຂອງໂລກ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top