• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ Tony Blair, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ

ຕອນບ່າຍວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Tony Blair, ອະດີດນາຍົກລັດຖະມົນຕີ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ປະທານຜູ້ບໍລິຫານງານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI) ເນື່ອງໃນໂອກາດທ່ານມາ ຢ້ຽມຢາມ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (ພາບ: VGP)  

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມເຄົາລົບຕໍ່ການປະກອບສ່ວນຂອງທ່ານ Tony Blair ໃຫ້ແກ່ການພົວພັນ ຫວຽດນາມ - ອັງກິດ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ Tony Blair ຈະສືບຕໍ່ເອົາໃຈໃສ່, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ໃນຂົງເຂດຕ່າງໆ; ພິເສດແມ່ນໃຫ້ຄຳປຶກສາ ແລະ ສວມບົດບາດເປັນຂົວຕໍ່ກັບຄູ່ຮ່ວມມືຕ່າງໆ ເພື່ອໜູນຊ່ວຍ ຫວຽດນາມໃນຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ…; ດຶງດູດແຫຼ່ງເງິນລົງທຶນທີ່ມີຄຸນນະພາບ, ໃນນັ້ນ ມີແຫຼ່ງທຶນຈາກ ເອີຣົບ.

ສ່ວນທ່ານອະດີດນາຍົກລັດຖະມົນຕີ Tony Blair ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສວມບົດບາດສຳຄັນໃນການພົວພັນການຕ່າງປະເທດຂອງ ອັງກິດ, ຕີລາຄາສູງຕໍ່ການກຳນົດທິດພັດທະນາຂອງ ຫວຽດນາມ, ໃນນັ້ນ ມີທັດສະນະຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະ ແຫຼ່ງກຳລັງໜູນພັດທະນາ. ທ່ານ Tony Blair ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ຊຸກຍູ້ປະຕິບັດໂຄງການຮ່ວມມືໃນຂົງເຂດຕ່າງໆ ເຊິ່ງສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການເປັນລະອຽດ.

(ແຫຼ່ງຄັດຈາກ VOV)

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ຈັດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ທີ່ລາຍການ, ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນທີ່ປະທັບໃຈ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍຄື: ພົບປະແລກປ່ຽນສະແດງສິລະປະ.

Top