• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂໍ້ລິ​ເລີ່ມ​ລົງ​ທຶນ​ອະ​ນາ​ຄົດ​ຄັ້ງ​ທີ 8

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຈຳເປັນຕ້ອງລົງທຶນຢ່າງມີປະສິດທິຜົນ, ມີຄວາມຮັບຜິດຊອບ, ມີການກຳນົດທິດໃຫ້ອະນາຄົດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນ ຢູ່ ກອງປະຊຸມ

ວັນທີ 30 ຕຸລາ, ຢູ່ນະຄອນຫຼວງ Riyadh, ອາຣັບບິ ຊາອຸດິ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມລົງທຶນອະນາຄົດຄັ້ງທີ 8 (Future Investment Initiative - FII) ດ້ວຍຫົວຂໍ້ “ຂອບຟ້າທີ່ບໍ່ມີຈຸດສິ້ນສຸດ: ການລົງທຶນໃນມື້ນີ້, ກຳນົດທິດໃຫ້ແກ່ອະນາຄົດ”

ໃນບົດກ່າວຄຳເຫັນສຳຄັນຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຈຳເປັນຕ້ອງລົງທຶນຢ່າງມີປະສິດທິຜົນ, ມີຄວາມຮັບຜິດຊອບ, ມີການກຳນົດທິດໃຫ້ອະນາຄົດ. ດັ່ງນັ້ນ, ຢູ່ກອງປະຊຸມຄັ້ງນີ້, ຫວຽດນາມ ປາດຖະໜາຢາກໃຫ້ບັນດາຄູ່ຮ່ວມມື, ປະຊາຄົມວິສາຫະກິດ, ນັກລົງທຶນເສີມຂະຫຍາຍບົດບາດຂອງຜູ້ນຳໜ້າໃນການນຳພາ, ກຳນົດທິດການພັດທະນາຕາມຈິດໃຈ “ການລົງທຶນໃນມື້ນີ້, ກຳນົດທິດໃຫ້ແກ່ອະນາຄົດ” ພິເສດຕ້ອງມີການຮ່ວມເດີນທາງສະໜັບສະໜູນ, ຊ່ວຍເຫຼືອ, ຊຸກຍູ້ການຮ່ວມມື, ລົງທຶນຢູ່ບັນດາປະເທດພວມພັດທະນາ, ປະເທດທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ໃນໂລກທີ່ດີງາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ຫວຽດນາມ ຍາມໃດກໍ່ຍູ້ແຮງການປະຕິບັດຍຸດທະສາດບຸກທະລຸກ່ຽວກັບລະບອບລະບຽບການ, ສ້າງສະພາບແວດລ້ອມທາງດ້ານນິຕິກຳທີ່ສະດວກ, ສະພາບແວດລ້ອມແຫ່ງການລົງທຶນທີ່ໂປງໃສ, ມີລັກສະນະແກ້ງແຍ້ງສູງໃນພາກພື້ນ ແລະ ທົ່ວໂລກ; ຫຼຸດຜ່ອນແລະ ຫັນລະບຽບການບໍລິຫານໃຫ້ເປັນງ່າຍດາຍຢ່າງບໍ່ຢຸດຢັ້ງ, ໃຫ້ບຸລິມະສິດບັນດາຂະແໜງ, ຂົງເຂດທີ່ຫາກໍ່ພົ້ນເດັ່ນ, ແກ້ໄຂຄວາມຫຍຸ້ງຍາກໃນການລົງທຶນ, ດຳເນີນທຸລະກິດ ແລະ ການຮ່ວມມື. ຫວຽດນາມ ພວມສຸມໃສ່ລົງທຶນພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ, ທັນສະໄໝ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ, logistics;  ເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອປະກອບສ່ວນເພີ່ມທະວີສະມັດຕະພາບໃນການອອກແຮງງານ, ຍົກສູງປະສິດທິຜົນໃນການລົງທຶນ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top