• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລຸກ​ຊຳ​ບວກ Xavier Bettel ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລຸກຊຳບວກ ໄດ້ເດີນທາງກັບຄືນເມືອ ປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 3 – 5 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ ແລະ ພົບປະໂອ້ລົມກັບການນຳ ຫວຽດນາມ ຫຼາຍທ່ານ.

ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bette ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື (ພາບ: TTXVN)

ໃນການພົບປະສົນທະນາຕ່າງໆນັ້ນ, ການນຳສອງຝ່າຍຕ່າງກໍຢັ້ງຢືນຄວາມຕັດສິນໃຈ ນຳການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ໄລຍະພັດທະນາໃໝ່, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ສອງຝ່າຍເຫັນດີຕໍ່ບັນດາມາດຕະການເພື່ອແນໃສ່ຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກໍຄືຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ, ຄົ້ນຄວ້າສ້າງຕັ້ງກົນໄກຮ່ວມມືໃໝ່ໃຫ້ແທດເໝາະກັບກຳລັງບົ່ມຊ້ອນ, ຄວາມຕ້ອງການ ແລະ ການພັດທະນາຂອງສອງປະເທດ… ສອງຝ່າຍກໍຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍກໍຢັ້ງຢືນຄືນຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ບໍ່ນຳໃຊ້ ຫຼືນາບຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

   ໃນຊຸມວັນຜ່ານມາ, ມີຫຼາຍເວັບໄຊ, ໜັງສືພິມ, ພາຫະນະສື່ມວນຊົນຂອງ ລຸກຊຳບວກ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ພ້ອມກັບຄະນະຜູ້ແທນຂັ້ນສູງລຸກຊຳບວກ ແຕ່ວັນທີ  3 – 5 ພຶດສະພາ, ພ້ອມທັງຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລຸກຊຳບວກ ຫຼາຍກວ່າອີກໃນໄລຍະຈະມາເຖິງ.

 

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top