• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ໄປ​ຮອດ ​ບ​ຣາ​ຊິນ, ເລີ່ມ​ຕົ້ນ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ G20

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ ການເຕີບໂຕເສດຖະກິດ ແລະ ການລົງທຶນຂອງ ຫວຽດນາມ ຍັງມີການຟື້ນຟູຢ່າງຕັ້ງໜ້າ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ (ພາບ: VGP)

ວັນທີ 16 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນການທະຫານ Galeao ຢູ່ Rio de Janeiro ເພື່ອເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ Rio de Janeiro, ບຣາຊິນ ໃນລະຫວ່າງວັນທີ 16 – 19 ພະຈິກ, ຕາມຄຳເຊີ້ອເຊີນຂອງທ່ານປະທານາທາບໍດີ ບຣາຊິນ, ປະທານ G20 ປີ 2024 Luiz Inacio Lula da Silva ແລະ ພັນລະຍາ.

ພາຍຫຼັງໄປຮອດ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ ການເຕີບໂຕເສດຖະກິດ ແລະ ການລົງທຶນຂອງ ຫວຽດນາມ ຍັງມີການຟື້ນຟູຢ່າງຕັ້ງໜ້າ. ການຊ່ວຍເຫຼືອສັງຄົມ, ຊີວິດປະຊາຊົນສືບຕໍ່ໄດ້ຮັບການປັບປຸງ, ສະພາບການການເມືອງ - ສັງຄົມໄດ້ຮັກສາເປັນປົກກະຕິ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ເພີ່ມເຕີມ; ການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໄດ້ຮັບການຍູ້ແຮງ, ບັນລຸໝາກຜົນສຳຄັນຫຼາຍຢ່າງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ບຣາຊິນ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ກໍ່ສ້າງສ້າງຕົວ; ຮັກກສາສີສັນວັດທະນະທຳຊາດ, ປະຕິບັດກົດໝາຍ ແລະ ເຊື່ອມຕົວເຂົ້າການດຳລົງຊີວິດຂອງປະເທດປະຈຳຖິ່ນເປັນຢ່າງດີ, ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ, ແຕ່ລະຄົນແມ່ນນັກການທູດຄົນໜຶ່ງ, ແມ່ນຂົວເຊື່ອມຕໍ່ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ບຣາຊິນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top