• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ແລະ ປະ​ທານ​ສະ​ພາ​ຕ່ຳ ໂດ​ມີ​ນີ​ກາ

ໃນຂອບເຂດການຢ້ຽມຢາມ ສ.ໂດມີນີກາຢ່າງເປັນທາງການ, ຕອນບ່າຍວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາສູງ Ricardo de los Santos ແລະ ທ່ານປະທານສະພາຕ່ຳ Alfredo Pacheco ຢູ່ສຳນັກງານສະພາແຫ່ງຊາດສ.ໂດມີນີກາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາສູງ Ricardo de los Santos

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ການນຳສະພາແຫ່ງຊາດສ.ໂດມີນີກາ ສອງທ່ານຮັບຊາບກ່ຽວກັບໝາກອັນດີງາມຂອງການໂອ້ລົມສົນທະນາກັບທ່ານປະທານາທິບໍດີ Luis Abinader Corona, ໃນນັ້ນເຫັນດີເປັນເອກະພາບຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດຮ່ວມມື. ການນຳສະພາແຫ່ງຊາດສ.ໂດມີນີກາສອງທ່ານ ໄດ້ຢັ້ງຢືນສະໜັບສະໜູນບັນດາທິດທາງ ແລະ ມາດຕະການຂອງສອງລັດຖະບານເພື່ອແນໃສ່ນຳການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາຢູ່ແຕ່ລະປະເທດຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

ແລະກໍ່ໃນຕອນບ່າຍວັນດຽວກັນ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Santo Domingo, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Miguel Mejia ເລຂາທິການໃຫຍ່ພັກຂະບວນການຝ່າຍຊ້າຍເປັນເອກະພາບ (MIU), ລັດຖະມົນຕີນະໂຍບາຍການເຊື່ອມໂຍງເຂົ້າກັບພາກພື້ນ ຂອງລັດຖະບານ ສ.ໂດມີນີກາ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ຢັ້ງຢືນວ່າໄດ້ເປັນສຳຄັນນ້ຳໃຈສາມັກຄີ, ການສະໜັບສະໜູນຂອງພັກ MIU, ທ່ານປາດຖະໜາຢາກໃຫ້ ພັກ MIU ດ້ວຍບົດບາດເປັນສະມາຊິກໃນພັນທະມິດກຳອຳນາດສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍບັນດາການກຳນົດທິດ, ມາດຕະການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top